ເວທີປາໄສຮ່ວມມືເສດຖະກິດອາຊີ-Horasis 2018 ຢູ່ແຂວງບິ່ງເຢືອງ

(VOVWORLD) -ຕອນເຊົ້າວັນທີ 26 ພະຈິກ, ຢູ່ແຂວງບິ່ງເຢືອງ, ໄດ້ໄຂເວທີປາໄສຮ່ວມມືເສດຖະກິດອາຊີ - Horasis 2018  ແລະ ກອງປະຊຸມຄົບຄະນະ ດ້ວຍຫົວຂໍ້ວ່າ “ແງ່ຫວັງເສດຖະກິດ”.

ເວທີປາໄສຮ່ວມມືເສດຖະກິດອາຊີ-Horasis 2018 ຢູ່ແຂວງບິ່ງເຢືອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກ່າວຄຳເຫັນທີ່ເວທີປາໄສ

(ພາບ: nhandan.com.vn)

ເຂົ້າຮ່ວມເວທີປາໄສມີທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ພ້ອມກັບການນຳຂັ້ນສູງ ແລະ ຜູ້ອຳນວຍການບໍລິຫານວິສາຫະກິດ (CEO) ທີ່ມາຈາກຫຼາຍປະເທດ; ການນຳ ແລະ CEO ແຖວໜ້າຂອງຫວຽດນາມ; ບັນດານັກວິທະຍາສາດ, ນັກຄົ້ນຄວ້າຢູ່ພາຍໃນ ແລະ ຕ່າງປະເທດ.

        ແລກປ່ຽນກ່ຽວກັບແງ່ຫວັງເສດຖະກິດອາຊີ, ບັນດານັກປາຖະກະຖາຖືວ່າ, ໃນສະພາບປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພາກພື້ນອາຊີ ຍັງພວມສືບຕໍ່ມີທ່າເຕີບໂຕຢ່າງເຂັ້ມແຂງ. ບັນດານັກປາຖະກະຖາຖືວ່າ, ໃນໄລຍະສັ້ນ, ເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບຜົນປະໂຫຍດຍ້ອນແງ່ຫວັງປະເອີບໃຈກ່ຽວກັບການເຕີບໂຕເສດຖະກິດ ແລະ ການຄ້າທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຍາວ, ເລື່ອງປັບປຸງລະດັບການເຕີບໂຕຂອງຫວຽດນາມ ຮຽກຮ້ອງໃຫ້ຕ້ອງແກ້ໄຂບັນດາບັນກ່ຽວກັບການສ້າງໂຄງປະກອບເສດຖະກິດ ແລະ ຄວາມສາມາດຮັບມືກັບບັນດາຄວາມສ່ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ