ເສດ​ຖະ​ກິດ ຈີນ ຟື້ນ​ຟູ ແມ່​ນ​ສັນ​ຍານ​ທີ່​ດີສຳ​ລັບ​ເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) -ຈີນ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ໜຶ່ງດຽວໃນໂລກທີ່ມີການເຕີບໂຕໃນປີ 2020 ເຊິ່ງແມ່ນສັນຍານທີ່ດີສຳລັບພື້ນຖານເສດຖະກິດທົ່ວໂລກ.
ເສດ​ຖະ​ກິດ ຈີນ ຟື້ນ​ຟູ ແມ່​ນ​ສັນ​ຍານ​ທີ່​ດີສຳ​ລັບ​ເສດ​ຖະ​ກິດ​ທົ່ວ​ໂລກ - ảnh 1  ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຈ້າວຫຼີຈຽນ

ວັນທີ 14 ຕຸລາ, ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຈ້າວຫຼີຈຽນ ໃຫ້ຂໍ້ສັງເກດວ່າ: ເລື່ອງ, ກອງທຶນເງິນຕາສາກົນ (IMF) ຄາດຄະເນຫວ່າງມໍ່ໆມານີ້ວ່າ ຈີນ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດໃຫຍ່ໜຶ່ງດຽວໃນໂລກທີ່ມີການເຕີບໂຕໃນປີ 2020 ເຊິ່ງແມ່ນສັນຍານທີ່ດີສຳລັບພື້ນຖານເສດຖະກິດທົ່ວໂລກ.

        ທ່ານ ຈ້າວຫຼີຈຽນ ຢັ້ງຢືນວ່າ, ປະເທດນີ້ພວມຊຸກຍູ້ການຟື້ນຟູການຜະລິດຢ່າງຮອບດ້ານ, ຍູ້ໄວການຟື້ນຟູການເຄື່ອນໄຫວຜະລິດ ກໍຄືຊີວິດສັງຄົມ, ປະກອບສ່ວນສ້າງລະບົບສະໜອງ, ລະບົບຜະລິດທົ່ວໂລກໃຫ້ເປັນປົກກະຕິ. ຈີນ ຈະສືບຕໍ່ຍູ້ແຮງການປະຕິຮູບເປີດປະຕູຢ່າງຮອບດ້ານ, ຊຸກຍູ້ສະພາບການລວມໃຫ້ພັດທະນາຕາມການ “ໝູນວຽນຄວບຄູ່” ດ້ວຍການສົມທົບລະຫວ່າງພາຍໃນ ແລະ ພາຍນອກ.

        ບິກທ້ວນ - ນັກຂ່າວ VOV ປະຈຳ ປັກກິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ