ເສດຖະກິດ ສປປ.ເກົາຫຼີ ມີສັນຍານເຕີບໂຕໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ

(VOVWORLD) - ພື້ນຖານເສດຖະກິດ ສປປ.ເກົາຫຼີ ໃນປີ 2019 ບັນລຸລະດັບການເຕີບໂຕ 1,8% ເມື່ອທຽບໃສ່ປີ 2018 ແລະ ຄາດວ່າ ຈະສືບຕໍ່ເຕີບໂຕດີຂຶ້ນໃນ 2 – 3 ປີຈະມາເຖິງ ໂດຍບໍ່ຫົວຊາຕໍ່ການກະທົບຂອງບັນດາມາດຕະການລົງໂທດສາກົນ.
ເສດຖະກິດ ສປປ.ເກົາຫຼີ ມີສັນຍານເຕີບໂຕໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ - ảnh 1ເສດຖະກິດ ສປປ.ເກົາຫຼີ ມີສັນຍານເຕີບໂຕໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດ (ພາບ: AFP/TTXVN)

ໃນບົດລາຍງານກ່ຽວກັບແງ່ຫວັງ ແລະ ສະພາບການເສດຖະກິດໂລກ ເຊິ່ງຫາກໍ່ປະກາດຫວ່າງມໍ່ໆມານີ້, ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ພັດທະນາ (UNCTAD) ໃຫ້ຮູ້ວ່າ: ປີ 2019 ເປັນຂີດໝາຍລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຄັ້ງທຳອິດຂອງ ສປປ.ເກົາຫຼີ ພາຍຫລັງຫລຸດລົງ 4,2% ໃນປີ 2018 ແລະ 3,5% ໃນປີ 2017.

        ບັນດານັກຊ່ຽວຊານຄາດຄະເນວ່າ ພື້ນຖານເສດຖະກິດ ສປປ.ເກົາຫຼີ ຈະສືບຕໍ່ບັນລຸລະດັບເຕີບໂຕ 2,2% ໃນປີ 2020 ແລະ 2,8% ໃນປີ 2021. ລະດັບເຕີບໂຕ GDP ສະເລ່ຍຂອງ ສປປ.ເກົາຫຼີ ໃນໄລຍະແຕ່ປີ 1997 – 2011 ແມ່ນ 0,8%.

ຕອບກັບ

ຂ່າວ/ບົດ​ອື່ນ