ເສດຖະກິດທະເລມີຄວາມໝາຍສຳຄັນຕໍ່ການພັດທະນາຢູ່ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ

(VOVWORLD) - ເຂດແຄມທະເລພາກກາງ ແລະ ເຂດຕອນເໜືອພາກກາງ ມີທີ່ຕັ້ງຍຸດທະສາດສຳຄັນທີ່ສຸດສຳລັບທົ່ວປະເທດ ແລະ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຈາກພັກ ແລະ ລັດ
 
ເສດຖະກິດທະເລມີຄວາມໝາຍສຳຄັນຕໍ່ການພັດທະນາຢູ່ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງ - ảnh 1ກອງປະຊຸມທົ່ວປະເທດຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງ
(ພາບ:VOV)

ຕອນເຊົ້າວັນທີ 16 ພະຈິກ, ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ກົມການເມືອງ, ຄະນະເລຂາສູນກາງພັກ, ໄດ້ຈັດກອງປະຊຸມທົ່ວປະເທດຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງຮອດປີ 2030, ວິໄສທັດຮອດປີ 2045.

ນີ້ແມ່ນກອງປະຊຸມຄັ້ງທີ 5 ກ່ຽວກັບການພັດທະນາບັນດາເຂດໂດຍຖັດຈາກ 4 ກອງປະຊຸມທົ່ວປະເທດຊາບຊຶມ, ຜັນຂະຫຍາຍ, ປະຕິບັດບັນດາມະຕິສຳຄັນຂອງກົມການເມືອງຊຸດທີ 13 ກ່ຽວກັບການພັດທະນາເສດຖະກິດ  ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ 4 ເຂດເໜືອສຸດ, ໃຕ້ສຸດຂອງປະເທດ; ໄຕງວຽນ ແລະ ເຂດທາງທິດຕາເວັນອອກພາກໃຕ້.

        ໂດຍເປັນປະທານ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ການປະກາດໃຊ້ມະຕິສະບັບໃໝ່ແມ່ນເພື່ອແນໃສ່ສ້າງບາດກ້າວຫັນປ່ຽນຢ່າງແຮງກ່ວາອີກ, ມີລັກສະນະບຸກທະລຸໃນການເສີມຂະຫຍາຍທີ່ຕັ້ງ, ບົດບາດສຳຄັນພິເສດ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການພັດທະນາຂອງເຂດຕອນເໜືອພາກກາງ ແລະ ເຂດແຄມທະເລພາກກາງຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເນັ້ນໜັກວ່າ:

“ການພັດທະນາເຂດຕອນເໜືອພາກກາງ ແລະ ເຂດແຄມທະເລຕ້ອງໃຫ້ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ - ສັງຄົມ, ຍຸດທະສາດພັດທະນາແບບຍືນຍົງ, ການເຕີບໂຕສີຂຽວແຫ່ງຊາດ ແລະ ຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ. ພັດທະນາເຂດມີທ່າແຮງທາງທະເລ, ສ້າງຄວາມຮັ່ງມີຈາກທະເລບົນພື້ນຖານການເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຢ່າງສຸດຂີດ, ໂດຍສະເພາະແມ່ນກ່ຽວກັບທະເລ; ພັດທະນາ ແລະ ຍົກສູງປະສິດທິຜົນຂອງພື້ນຖານໂຄງລ່າງທີ່ມີຢູ່ແລ້ວ; ບັນດາເຂດເສດຖະກິດແຄມທະເລ, ເຂດອຸດສາຫະກຳ, ລະບົບຕົວເມືອງແຄມທະເລ, ບັນດາແລວເສດຖະກິດ; ບັນດາແຫຼ່ງເຕີບໂຕ, ບັນດາສູນກາງເຂດ ແລະ ເຂດທີ່ເປັນກຳລັງໜູນ; ບັນດາຂະແໜງເສດຖະກິດທະເລ”.

ຕອບກັບ

ຂ່າວ/ບົດ​ອື່ນ