ເສີມຂະຫຍາຍການຮ່ວມມືລະຫວ່າງໝູ່ບ້ານເດັກ SOS ສາກົນ ແລະ ຫວຽດນາມ

(VOVWORLD) -ໝູ່ບ້ານເດັກ SOS ສາກົນ ຕີລາຄາສູງການສົມທົບກັນຂອງ ຫວຽດນາມ ໃນຊຸມປີຜ່ານມາ ໃນວຽກງານເບິ່ງແຍງດູແລເດັກ
ເສີມຂະຫຍາຍການຮ່ວມມືລະຫວ່າງໝູ່ບ້ານເດັກ SOS ສາກົນ ແລະ ຫວຽດນາມ - ảnh 1ທີ່ການເຮັດວຽກ
(ພາບ: TTXVN)

ວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ ໄດ້ເຮັດວຽກກັບຄະນະຊີ້ນຳໝູ່ບ້ານເດັກ SOS ສາກົນ ໂດຍທ່ານປະທານ Dereje Wordofa Gidda, ເປັນຫົວໜ້າຄະນະ. ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນກ່ຽວກັບວຽກງານເບິ່ງແຍງດູແລເດັກຢູ່ບ້ານເດັກ SOS ຫວຽດນາມ ແລະ ບາງເນື້ອໃນທີ່ກ່ຽວຂ້ອງ.

        ທີ່ການເຮັດວຽກ, ທ່ານ Dereje Wordofa Gidda ໃຫ້ຮູ້ວ່າ, ໝູ່ບ້ານເດັກ SOS ສາກົນ ຕີລາຄາສູງການສົມທົບກັນຂອງ ຫວຽດນາມ ໃນຊຸມປີຜ່ານມາ ໃນວຽກງານເບິ່ງແຍງດູແລເດັກ; ພ້ອມທັງສະແດງຄວາມເອກອ້າງທະນົງໃຈກ່ຽວກັບການຮ່ວມມືຢ່າງຍາວນານລະຫວ່າງ 2 ຝ່າຍ ດ້ວຍຫຼາຍລາຍການ, ໂຄງການທີ່ໄດ້ຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ.

        ທ່ານ Dereje Wordofa Gidda ປາດຖະໜາວ່າ, ບ້ານເດັກ SOS ສາກົນຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂຂອງລັດຖະບານ ແລະ ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃນການສະເໜີບັນດາມາດຕະການແກ້ໄຂ ແລະ ຂັ້ນຕອນກ້າວໄປເຖິງການເຄື່ອນໄຫວເປັນເຈົ້າຕົນເອງຂອງບັນດາໝູ່ບ້ານເດັກ SOS ແລະ ຢືນຢັນຄວາມສຳຄັນຂອງວຽກງານລະດົມແຫຼ່ງກຳລັງຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ