ເສີມຂະຫຍາຍບົດບາດຂົວຕໍ່ການຖະແຫຼງຂ່າວການຕ່າງປະເທດຂອງບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

(VOVWORLD) - ພ້ອມທັງ, ເປັນເຈົ້າການປ່ຽນແປງໃໝ່ວິທີການ, ວິທີເຮັດ, ຫັນບັນດາການເຄື່ອນໄຫວການຖະແຫຼງຂ່າວການຕ່າງປະເທດໃຫ້ເປັນຫຼາຍຮູບຫຼາຍແບບ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາສູນຂໍ້ມູນ - ວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ
ເສີມຂະຫຍາຍບົດບາດຂົວຕໍ່ການຖະແຫຼງຂ່າວການຕ່າງປະເທດຂອງບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ - ảnh 1ການພົບປະຈັດຂຶ້ນໃນວັນທີ 19 ກຸມພາ
(ພາບ:Kiều Giang/dangcongsan.vn)

ວັນທີ 19 ກຸມພາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການພົບປະ, ເຮັດວຽກກັບບັນດາຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2024 – 2027, ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ສະເໜີໃຫ້ບັນດາອົງການຕາງໜ້າສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງປະຕິບັດວຽກງານຖະແຫຼງຂ່າວການຕ່າງປະເທດຢູ່ພາຍໃນປະເທດ; ສືບຕໍ່ຈັດຕັ້ງປະຕິບັດແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດຢ່າງມີປະສິດທິຜົນ. ພ້ອມທັງ, ເປັນເຈົ້າການປ່ຽນແປງໃໝ່ວິທີການ, ວິທີເຮັດ, ຫັນບັນດາການເຄື່ອນໄຫວການຖະແຫຼງຂ່າວການຕ່າງປະເທດໃຫ້ເປັນຫຼາຍຮູບຫຼາຍແບບ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາສູນຂໍ້ມູນ - ວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ; ຍາດແຍ່ງບັນດາແຫຼ່ງກຳລັງຈາກປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ພິເສດແມ່ນລຸ້ນໜຸ່ມ, ນັກຮຽນນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດ, ເພື່ອແນໃສ່ເຜີຍແຜ່ຂໍ້ມູນຂ່າວທີ່ຕໍ່ເພື່ອນມິດສາກົນໃຫ້ມີປະສິດທິຜົນ. ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດຄວນເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ສົ່ງຂໍ້ມູນຂ່າວສານ, ຜົນງານ, ຜະລິດຕະພັນຂໍ້ມູນຂ່າວສານຕໍ່ເພື່ອນມິດສາກົນ ແລະ ຊາວ ຫວຽດນາມ ຢູ່ ຕ່າງປະເທດ; ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານ, ສ້າງຄວາມປະທັບໃຈໄປສູ່ວົງຄະນະຍາດປະຊາຊົນປະເທດປະຈຳຖິ່ນ, ຊ່ວຍໃຫ້ປະຊາຄົມສາກົນເຂົ້າໃຈຢ່າງຖືກຕ້ອງ, ຄົບຖ້ວນ, ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ