ເສີມຂະຫຍາຍບົດບາດຕິດຕາມກວດກາ ແລະ ຕີລາຄາສັງຄົມຂອງສະມາຄົມຜູ້ອາຍຸສູງ

(VOVWORLD) -ຕອນບ່າຍວັນທີ 22/3, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການເຮັດວຽກກັບຄະນະປະຈຳສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ
ເສີມຂະຫຍາຍບົດບາດຕິດຕາມກວດກາ ແລະ ຕີລາຄາສັງຄົມຂອງສະມາຄົມຜູ້ອາຍຸສູງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ

    ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີວ່າ ຕ້ອງຊາບຊຶມຢ່າງເລິກເຊິ່ງ, ລະອຽດ, ຜັນຂະຫຍາຍບັນດາເນື້ອໃນນະໂຍບາຍກ່ຽວກັບຜູ້ອາຍຸສູງ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ກໍຄືບັນດາແຜນນະໂຍບາຍ ,ແນວທາງ ຂອງພັກ, ນະໂຍບາຍ ກົດໝາຍ ຂອງລັດ, ເພີ່ມທະວີວຽກງານປົກປ້ອງ ເບິ່ງແຍງ ຜູ້ອາຍຸສູງ ເພື່ອເສີມຂະຫຍາຍທ່າແຮງ, ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ເອົາໃຈໃສ່ຕໍ່ວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຂອງບັນດາຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ແລະ ປະຊາຊົນ ກ່ຽວກັບພາລະບົດບາດ, ແລະ ຄວາມສຳຄັນຂອງວຽກງານຜູ້ອາຍຸສູງ ແລະ ການປະກອບສ່ວນຂອງຜູ້ອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ