ເສີມຂະຫຍາຍປະຊາທິປະໄຕ,ພູມປັນຍາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ1992ສະບັບປັບປຸງ

ເສີມຂະຫຍາຍປະຊາທິປະໄຕ,ພູມປັນຍາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ1992ສະບັບປັບປຸງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ
ພາບ:internet


 (vovworld)-  ຕອນ​ເຊົ້າ​ວັນ​ທີ 28/3 ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງປະຊຸມ​ຮັບ​ເອົາ​ຄ​ຳ​ເຫັນ​ບັນດາ​ພະນັກງານ​ອະດີດ​ການ​ນຳ​ພັກ, ລັດ ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ຫງວຽນ​ຊີງ​ຮຸ່ງ, ປະທານ​ຄະນະ​ກຳມະການ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຊີ້​ແຈງ​ວ່າ: ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992 ​ແມ່ນ​ຫນ້າທີ່​ຈຸດ​ສຸມ​ຂອງ​ທັງ​ລະບົບ​ການ​ເມືອງ,​​ແມ່ນ​ວຽກ​ງານ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ, ຮຽກຮ້ອງ​ຕ້ອງ​ປະຕິບັດ​ຢ່າງ​ຮີບ​ເຮັ່ງ, ລອບ​ຄອບ​ຖິ່ຖ້ວນ ​ແລະ ວິທະຍາ​ສາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໃຫ້​ຮູ້​ວ່າ: ​ຜ່ານ​ການລວບ​ລວມ​ເບື້ອງ​ຕົ້ນ​ເຫັນ​ວ່າ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ເກືອບ 30.000 ຄັ້ງ ​ແລະ ຄຳ​ເຫັນ​ທີ່​ປະຊາຊົນ​​ເກືອບ 20 ລ້ານ​ເທື່ອ​ຄົນສົ່ງ​ເຖິງ​ດ້ວຍ​ລາຍ​ລັກ​ອັກສອນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ​ໃນ​ວິວັດ​ການຈັດ​ຕັ້ງ​ຍັງ​ມີ​ປະກົດ​ການ​ສວຍ​​ໃຊ້​ບັ້ນ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ເພື່ອ​ແບ່ງ​ແຍກ​ຄວາມ​ສາມັກຄີຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຂາດຈິດ​ໃຈ​ສ້າງສັນ, ປະຕິ​ເສດ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ​ສຳລັບ​ລັດ ​ແລະ ສັງຄົມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ຫນັກ​ວ່າ:

        “ສຳລັບ​ບັນດາ​ບັນຫາ​ນີ້, ພວກ​ຂ້າພະ​ເຈົ້າ​ຈະ​ຮັບ​ເອົາ,​ນຳ​ມາ​ປຶກສາ​ຫາລື​ຢູ່​ສະພາ​ແຫ່ງ​ຊາດ, ສູນ​ກາງ,​ ກົມ​ການ​ເມືອງ ​ແຕ່​ກ່ອນ​ອື່ນ​ໝົດ​ແມ່ນ​ປຶກສາ​ຫາລື​ໃນ​ຄະນະ​ກຳມະການ​ຮຽບຮຽງຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ, ​ໃນ​ສະພາ​ແຫ່ງ​ຊາດ,​ ຫລັງ​ຈາກ​ນັ້ນ​ປຶກສາ​ຫາລື​ຢູ່​ສະພາ​ແຫ່ງ​ຊາດ ​ແລະ ​ເປີດ​ເຜີຍ​ໃນ​ທົ່ວ​ປວງ​ຊົນ.”

 

ຂ່າວ/ບົດ​ອື່ນ