ເຫດຍິງລູກສອນໄຟຂອງ ສປປ ເກົາຫຼີ: ສ. ເກົາຫຼີ, ອາເມລິກາ ຢັ້ງຢືນ ສະໜັບສະໜູນມາດຕະການການທູດ

(VOVWORLD) - ແຫຼ່ງຂ່າວຈາກຫ້ອງການປະທານາທິບໍດີ ສ. ເກົາຫຼີ ໃຫ້ຮູ້ວ່າ ການນຳ 2 ທ່ານເຫັນດີເປັນເອກະສັນຮັກສາຫຼັກໝັ້ນປະຈຸບັນແມ່ນຈັດວາງບັນດາມາດຕະການລົງໂທດຢ່າງເຄັ່ງຄັດ

ໃນການໂອ້ລົມທາງໂທລະສັບເປັນເວລາ 1 ຊົ່ວໂມງໃນຕອນຄ່ຳວັນທີ 30 ພະຈິກ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນຄືນໃໝ່ຄວາມມານະພະຍາຍາມແກ້ໄຂບັນຫາລູກສອນໄຟ ແລະ ນິວເຄຼຍ ຂອງ ສປປ ເກົາຫຼີ ໂດຍສັນຕິ, ເນັ້ນໜັກ ເຊີອູນ ແລະ ວໍຊີງຕັນ ຈະສືບຕໍ່ກໍ່ຄວາມກົດດັນກໍ່ຄືເພີ່ມທະວີບັນດາຄຳສັ່ງລົງໂທດຕໍ່ ສປປ ເກົາຫຼີ ເພື່ອແນໃສ່ນຳປະເທດ ອາຊີຕາເວັນອອກສ່ຽງເໜືອ ນີ້ກັບຄືນສູ່ໂຕ້ເຈລະຈາ.

ແຫຼ່ງຂ່າວຈາກຫ້ອງການປະທານາທິບໍດີ ສ. ເກົາຫຼີ ໃຫ້ຮູ້ວ່າ ການນຳ 2 ທ່ານເຫັນດີເປັນເອກະສັນຮັກສາຫຼັກໝັ້ນປະຈຸບັນແມ່ນຈັດວາງບັນດາມາດຕະການລົງໂທດຢ່າງເຄັ່ງຄັດ ແລະ ກໍ່ຄວາມກົດດັນຕໍ່ ສປປ ເກົາຫຼີ ຕ້ອງປະລະໂຄງການພັດທະນານິວເຄຼຍ, ລູກສອນໄຟ ແລະ ກັບຄືນສູ່ໂຕ້ເຈລະຈາໂດຍສະໝັກໃຈ. ສຳນັກຂ່າວສານ Yonhap ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ຫ້ອງວ່າການປະທານາທິບໍດີ ສ. ເກົາຫຼີ ໃຫ້ຮູ້ວ່າ ໃນການເຈລະຈາ, ການນຳ ສ. ເກົາຫຼີ ແລະ ອາເມລິກາ ບໍ່ເຕື້ອງເຖິງເລື່ອງພິຈາລະນາບໍ່່ວ່າມາດຕະການການທະຫານໃດຕໍ່ ສປປ ເກົາຫຼີ, ນັບທັງເລື່ອງປິດລ້ອມດ້ວຍທະຫານເຮືອ. ຊ້ຳບໍ່ໜຳ, ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ຂໍ້ສະເໜີນີ້ກໍ່ບໍ່ທັນໄດ້ເຕື້ອງເຖິງໃນການໂອ້ລົມທາງໂທລະສັບກັບທ່ານ Donald Trump. ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທີ 2 ລະຫວ່າງການນຳ ອາເມລິກາ - ສ. ເກົາຫຼີ ໃນ 2 ວັນພາຍຫຼັງທີ່ ສປປ ເກົາຫຼີ ດຳເນີນເຫດຍິງທົດລອງ ລູກສອນໄຟນຳວິຖີ (ICMB) Hwasong – 15, ຊຶ່ງໄດ້ຮັບຖືວ່າແມ່ນມີໄລຍະຍິງເຖິງທຸກແຫ່ງໃນທົ່ວປະເທດ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ