ເຫດລະເບີດຢູ່ Beirut: ຊີຣີ ອະນຸຍາດໃຫ້ເຄື່ອງຊ່ວຍເຫຼືອສາກົນໄປເຖິງ Lebanon ໄດ້ຜ່ານແດນ

(VOVWORLD) -ປະຈຸບັນ, ລີບັງ ພວມຮັບເຄື່ອງຊ່ວຍເຫຼືອຈາກຫຼາຍປະເທດໃນໂລກ ທີ່ສົ່ງເຖິງບັນດາຜູ້ຖືກເຄາະຮ້າຍໃນໄພພິບັດເກີດເຫດລະເບີດຢູ່ທ່າກ່ຳປັນ ເມື່ອວັນທີ 04 ສິງຫາ ຜ່ານມາ.

ເຫດລະເບີດຢູ່ Beirut: ຊີຣີ ອະນຸຍາດໃຫ້ເຄື່ອງຊ່ວຍເຫຼືອສາກົນໄປເຖິງ Lebanon ໄດ້ຜ່ານແດນ - ảnh 1ຄາດຄະເນຄວາມເສຍຫາຍຈາກເຫດການດັ່ງກ່າວແມ່ນຂຶ້ນເຖິງ 15 ຕື້ USD

(ພາບ: THX/TTXVN)

ວັນທີ 28 ສິງຫາ, ທ່ານເອກອັກຄະລັດຖະທູດຊີຣີ ປະຈຳລີບັງ Ali Abdel Karim Ali, ໃຫ້ຮູ້ວ່າ, ລັດຖະບານຊີຣີ ຈະອະນຸຍາດໃຫ້ເຄື່ອງຊ່ວຍເຫຼືອຂອງບັນດາປະເທດອາຣັບ ທີ່ຂົນສົ່ງໄປຍັງ Beirut ໄດ້ຜ່ານເຂດດິນແດນຂອງປະເທດນີ້. ທີ່ກອງປະຊຸມກັບທ່ານລັດຖະມົນຕີການຕ່າງປະເທດລີບັງ Charbel Wehbi, ທ່ານເອກອັກຄະລັດຖະທູດ Ali ກໍ່ໃຫ້ຮູ້ວ່າ, ຊີຣີ ປາດຖະໜາຢາກສືບຕໍ່ຮ່ວມມືກັບ ລີບັງ ເພືຶ່ອໃຫ້ 2 ປະເທດໄດ້ແບ່ງປັນບັນດາຜົນປະໂຫຍດລວມກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນ.

        ປະຈຸບັນ, ລີບັງ ພວມຮັບເຄື່ອງຊ່ວຍເຫຼືອຈາກຫຼາຍປະເທດໃນໂລກ ທີ່ສົ່ງເຖິງບັນດາຜູ້ຖືກເຄາະຮ້າຍໃນໄພພິບັດເກີດເຫດລະເບີດຢູ່ທ່າກ່ຳປັນ ເມື່ອວັນທີ 04 ສິງຫາ ຜ່ານມາ. ເຈົ້າໜ້າທີ່ ລີບັງ ໄດ້ຄາດຄະເນຄວາມເສຍຫາຍຈາກເຫດການດັ່ງກ່າວແມ່ນຂຶ້ນເຖິງ 15 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ