ເຫດວາງລະເບີດຢູ່ອີຣັກເຮັດໃຫ້80ກວ່າຄົນເສຍຊີວິດແລະບາດເຈັບ

ເຫດວາງລະເບີດຢູ່ອີຣັກເຮັດໃຫ້80ກວ່າຄົນເສຍຊີວິດແລະບາດເຈັບ - ảnh 1
ເຫດວາງລະເບີດ
ພາບ:internet

(vovworld)- ວັນ​ທີ 25/6, ວົງ​ການ​​ເຈົ້າ​ຫນ້າ​ທີ່​ອີຣັກ​ໃຫ້​ຮູ້​ວ່າ, ມີ​ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບສອງ​ຄົນ​ໄດ້​ບຸກ​ໂຈມ​ຕີ​ບໍລິ​ເວນ​ແຫ່ງ​ຫນຶ່ງຂອງ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ ເທດ​ສະບາ​ນ Tuz Khumartu  ທາງ​ພາກ​ເຫນືອ ອີ​ຣັກ ​ເຮັດ​ໃຫ້ 14 ຄົນ​ເສ​ຍຊີວິດ ​ແລະ 71 ຄົນ​ຖືກ​ບາດ​ເຈັບ,​​ໃນ​ນັ້ນ ມີ​ຜູ້​ຫນຶ່ງ​ແມ່ນ​ອະດີດ​​ຮອງເຈົ້າ​ແຂວງ ​ແລະ ລູກ​ຊາຍ​ຂອງ​ເພີ່ນ 2 ຄົນ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​ພວມ​ແຫ່​ຂະ​ບວນ​ຄັດຄ້ານ​ສະພາບ​ຂາດຄວາມ​ສະຫງົບ​ປອດ​ໄພ​ຢູ່​ເທດສະບານ ຊື່​ງ​ແມ່ນ​​ແຫ່ງ​ທີ່​ເຄີຍ​ເກີດ​​ເຫດບຸກ​ໂຈມ​ຕີ​ເປັນ​ປະຈຳ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ລົດ​ເມ​ຂົນ​ສົ່ງ​ຊາວ​ອິດສະ​ລາມ ນິກາຍ​ຊີ​ອາ ກໍ່ຖືກ​ວາງ​ລະ​ເບີດ​ ຢູ່​ເທດສະບານ  Iskandiriyah ​ທາງ​ພາກ​ໃຕ້​ ​ແບກ​ແດດ ​​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ 15 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ