ເຫດວາງລະເບີດສະຫລະຊີບກໍ່ຄວາມບາດເຈັບລົ້ມຕາຍຢູ່ອາບການິດສະຖານ

ເຫດວາງລະເບີດສະຫລະຊີບກໍ່ຄວາມບາດເຈັບລົ້ມຕາຍຢູ່ອາບການິດສະຖານ - ảnh 1
ເຫດວາງລະເບີດສະຫລະຊີບກໍ່ຄວາມບາດ
ເຈັບລົ້ມຕາຍຢູ່ອາບການິດສະຖານ
(ພາບ: Reuters)

(vovworld) - ວັນ​ທີ 17/1, ຢ່າງ​ໜ້ອຍ​ສຸດ​ມີ 13 ຄົນ​ເສຍ​ຊີວິດ ​ແລະ 14 ຄົນ​ຮັບ​ບາດ​ເຈັບ ​ເມື່ອ​​ເກີດ​ເຫດ​ວາງ​ລະ​ເບີດ​ສະຫລະ​ຊີບບຸກ​ໂຈມ​ຕີ​ເຮືອນ​ຂອງ​ນັກ​ການ​ເມືອງ​ມີ​ຊື່​ສຽງ Obaidullah Shinwari ຢູ່​ນະຄອນ Jalalabad, ​ຊຶ່ງ​ແມ່ນ​ເມືອງ​ເອກ​ຂອງ​ແຂວງ Nangrhar, ພາກ​ຕາ​ເວັນ​ອອກ ອາບກາ​ນິດ​ສະຖານ. ​​ແຕ່​ວ່າ ນັກ​ການ​ເມືອງ Obaidullah Shinwari ບໍ່​ຖືກ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ໃນ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ