ເຫດວາງສະເບີດສະຫຼະຊີບດ້ວຍລົດໂອໂຕທີນອງເລືອດຢູ່ອາບການິດສະຖານ

ເຫດວາງສະເບີດສະຫຼະຊີບດ້ວຍລົດໂອໂຕທີນອງເລືອດຢູ່ອາບການິດສະຖານ - ảnh 1
(ພາບ​ປະ​ກອບ: fitnhit.com)

(vovworld) - ​ຢ່າງ​ໜ້ອຍ​ສຸດ​ມີ 20 ຄົນ​ເສຍ​ຊີ​ວິດ ແລະ ກວ່າ 20 ຄົນ​ຮັບ​ບາດ​ເຈັບ ໃນ​ເຫດ​ວາງ​ລະ​ເບ​ີດ​ສະ​ຫຼະ​ຊີບ​ດ້ວຍ​ລົດ​ໂອ​ໂຕ ຢູ່​ໃກ​້​ກັບ​ປ້ອມ​ຕຳ​ຫຼວດ​ຢູ່ Lashkar Gah, ເມືອງ​ເອກ Helmand, ຫ່າງ​ຈາກ​ນະ​ຄອນ​ຫຼວງ Kabul ຂອງອາບ​ກາ​ນິດ​ສະ​ຖານ ​ໄປ​ທາງ​ທິດ​ໃຕ້ປະ​ມານ 555 ກ.ມ. ແຫຼ່ງ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ Helmand ໂດຍບໍ່​ເຜີຍ​ຊື່ ໄດ້​ຢືນ​ຢັນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ສົມ​ທົບ​ຂອງ​ຕາ​ລີ​ບານ ເມື່ອ​ກຳ​ລັງ​ນີ້​ພວມ​ຊອກ​ຫາ​ວິ​ທີ​ຢືດ​ຄ​ອງ​ນະ​ຄອນ Lashkar Gah. ແຕ່​ວ່າ, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອາບ​ກາ​ນິດ​ສະ​ຖານ ພວມ​ມາ​ນະ​ພະ​ຍາ​ຍາມ​ຍູ້​​້​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຂອງ ຕາ​ລີ​ບານ ໃຫ້​ຖອຍ​ໄປ. ຜູ້​ເສຍ​ຊີ​ວິດ​ສ່ວນ​ຫຼາຍ​ແມ່ນ​ພາ​ລະກອນ​ຕຳ​ຫຼວດ ແລະ ຄາດ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຖືກ​ບາດ​ເຈັບ​ອາດ​ຈະ​ເພີ່ມ​ຂຶ້ນ. ປະ​ຈ​ຸ​ບັນ​ກຳ​ລັງ​​ທີ່​ກ່ຽວ​ຂ້ອງ​ພວມ​ດຳ​ເນີນ​ການ​ສືບ​ສວນ​ເຫດ​ການ. ແລະ​ກ​ໍ​ໃນ​ວັນ​ດຽວ​ກັນ, ​ຕາ​ລີ​ບານ​ໄດ້​ບຸກ​ຕີ​​ຢືດ​ຄອງປ້ອມ​ກວດ​ກາຄວາມ​ສະ​ຫງົບຈຳ​ນວນ​ໜຶ່ງ ພາຍ​ຫຼັງ​​ການບຸກ​ໂຈມ​ຕີ​ຢ່າງ​ຮຸນ​ແຮງ​ໃສ່​ບັນ​ດາ​ເມືອງ​​ທາງທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ Lashkar Gah.

ຂ່າວ/ບົດ​ອື່ນ