ເຫດ​ແຜ່ນ​ດີນ​ໄຫວ​ຢູ່ ມຽນ​ມາ: ສ​ປ​ຊ ຮຽກ​ຮ້ອງ​ອະ​ປະ​ຖຳ 275 ລ້ານ USD

(VOVWORLD) - ມາຮອດປະຈຸບັນ, ເຫດການນີ້ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 3656 ຄົນເສຍຊີວິດ ແລະ ກ່ວາ 5000 ຄົນຖືກບາດເຈັບ.
ເຫດ​ແຜ່ນ​ດີນ​ໄຫວ​ຢູ່ ມຽນ​ມາ: ສ​ປ​ຊ ຮຽກ​ຮ້ອງ​ອະ​ປະ​ຖຳ 275 ລ້ານ USD - ảnh 1(ພາບ: AP)

      ວັນທີ 11 ເມສາ, ສປຊ ໄດ້ຮຽກນ້ອງໃຫ້ປະຊາຄົມໂລກ ປະກອບສ່ວນ 275 ລ້ານ USD ໂດຍດ່ວນເພື່ອໜູນຊ່ວຍກ່ວາ 1 ລ້ານຄົນ ຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວທີ່ມີຄວາມແຮງ 7.7 ອົງສາຣິກແຕ ເກີດຂຶ້ນໃນວັນທີ 28 ມີນາທີ່ຜ່ານມາ ຢູ່ ມຽນມາ. ຕາດບົດລາຍງານຫຼ້າສຸດ, ສປຊ ໄດ້ຮຽກຮ້ອງການອຸປະຖຳໃຫ້ແກ່ 1.4 ຄົນໂດ້ຮັບຄວາມສ່ຽງຫຼາຍກ່ວາໝູ່, ໂດຍສຸມໃສ່ແມ່ຍິງ ແລະ ເດັກຍິງ. ບົດລາຍງານໃຫ້ຮູ້ວ່າ ແຜນການອຸປະຖຳມະນຸດສະທຳກ່ອນນັ້ນຄາດວ່າ ຕ້ອງການຈຳນວນເງິນ 1.1 ຕື້ USD ເພື່ອອຸປະຖຳໃຫ້ແກ່ກ່ວາ 5.5 ລ້ານຄົນ ແຕ່ປະຈຸບັນ ພຽງແຕ່ໄດ້ຮັບປະມານ 5% ຈຳນວນເງິນດັ່ງກ່າວ.

  ຕາມ ສປຊ, ມີກ່ວາ 6.3 ລ້ານຄົນພວມຕ້ອງການຄວາມຊ່ວຍເຫຼືອ ຢູ່ບັນດາເຂດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຂອງແຫດແຜ່ນດີນໄຫວທີ່ຮ້າຍແຮງທີ່ຜ່ານມາ. ມາຮອດປະຈຸບັນ, ເຫດການນີ້ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 3656 ຄົນເສຍຊີວິດ ແລະ ກ່ວາ 5000 ຄົນຖືກບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ