ເຫດແຜ່ນດິນໄຫວຢູ່ເນປານ:ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ

ເຫດແຜ່ນດິນໄຫວຢູ່ເນປານ:ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ - ảnh 1
ພາບ​ປະ​ກອບ

 (vovworld) – ຕາມ​ແຫຼ່ງ​ຂ່າວຫຼ້າ​ສຸດ​ຈາກວົງ​ການ​ເຈົ້າ​ໜ້າ​ທີ່ ເນ​ປານ ແລ້ວ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນໄພ​ພິ​ບັດ​ແຜນ​ດິນ​ໄຫວ​ເມື່ອ​ທ້າຍ​ອາ​ທິດ​ຜ່ານ​ມາ​ໄດ້​ລື່ນ​ກາຍ 4.400 ຄົນ ແລະ ​ອີກ 8.500 ກ່​ວາຄົນ​ຖືກ​​ບາດ​ເຈັບ. ຕາມ​ການ​ຕີ​ລາ​ຄາຄັ້ງຫຼ້າ​ສຸດ​ຂອງ​ຫ້ອງວ່າ​ການ​ປະ​ສານ​ງານ ສ​ປ​ຊ ແລ້ວ, ປະ​ຈຸ​ບັນ, ປະ​ມານ 8 ລ້ານ​ຄົນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ. ໃນ​ຂະ​ນະ​ນັ້ນ, ​ເຄື່ອງ​ບັນ​ເທົາ​ທຸກ ແລະ ບັນ​ດາ​ກອງ​ກູ້​ໄພ​ກູ້​ຊີບ​ທີ່​ມາ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ​ສືບ​ຕໍ່​ໄປ​ຍັງ ເນ​ປານ. ສ​ປ​ຊ ໄດ້​ປອຍ​ບ້ວງ​ເງິນ 15 ລ້ານ USD ຜ່ານກອງ​ທຶນ​ຮັບ​ມື​ດ່ວນ ສ​ປ​ຊ ເພື່ອ​ແນ​ໃສ່​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ອົງ​ການ​ມະ​ນຸດ​ສ​ະ​ທຳ​ສາ​ກົນ​ເພີ່ມ​ທະ​ວີ​ບັນ​ດາບັ້ນ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ປ​ະ​ຊາ​ຊົນ ເນ​ປານ. ອາ​ເມ​ລິ​ກາ, ອັງ​ກິດ, ຍີ່​ປຸ່ນ, ອິນ​ເດຍ ແລະ ຫຼາຍ​ປະ​ເທດ​ອື່ນ​ລ້ວນ​ແຕ່​ມີ​ແຜນ​ກາ​ນ​ໜູນ​ຊ່ວຍ​ດ້ານ​ກາ​ນ​ເງິນ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ​ພາ​ຫະ​ນະອຸ​ປະ​ກອນ​ເພື່ອ​ໜູນ​ຊ່ວຍ ເນ​ປານ.

        ​ກ່ຽວ​ນ້ອງ​ເຖິງ​ເຫດ​ການນີ້​ມີ​ຂ່າວ​ວ່າ, ວັນ​ທີ 27/4, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໃຫ້​ຮູ້​ວ່າ: ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ສູນ​ຊ່ວຍ​ເຫຼືອ​​ດ່ວນ AIG Travel Guard ແລະ ໄດ້​ຮັບ​ຈາກ​ແຫຼ່ງ​ຂໍ້​ມູນ​ຂ່າວ​ອື່​ນໆ, ສະ​ຖານ​ທູດ ໄດ້​ຮັບ​ຮູ້​ວ່າ ​ຊາວ ຫວຽດ​ນາມ ບາງ​ກຸ່ມຍັງ​ປອດ​ໄພ​ພາຍຫຼັງ​ເກີດເຫດ​ແຜນ​ດິນ​ໄຫວ​ມີ​ແຮງສັ່ນ​ສະ​ເທືອນ 7,9 ​ຣິດ​ແຕ ເມື່ອ​ວັນ​ທີ 25/4.


ຂ່າວ/ບົດ​ອື່ນ