ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ພົບປະກັບ ສະມາຊິກສະພາຕໍ່າ ອາເມລິກາ ທ່ານ Rick Larsen

(VOVWORLD) - ເອກອັກຄະລັດຖະທູດ ຫວຽກດນາມ ປະຈຳ ອາເມລິກາ  ທ່ານ ຟ້າມກວາງວິງ ຫາກໍ່ມີການພົບປະກັບ ສະມາຊິກສະພາຕໍ່າ ທ່ານ Rick Larsen, ຜູ້ຕາງໜ້າຂອງລັດ Washington, ສະມາຊິກຄະນະກຳມະການທະຫານປະກອບອາວຸດສະພາຕໍ່າຂອງ ອາເມລິກາ. 

ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ພົບປະກັບ ສະມາຊິກສະພາຕໍ່າ ອາເມລິກາ ທ່ານ Rick Larsen - ảnh 1 ເອກອັກຄະລັດຖະທູດ ຫວຽກດນາມ ປະຈຳ ອາເມລິກາ  ທ່ານ ຟ້າມກວາງວິງ 

(ພາບ: ສຳນັກຂ່າວສານ ຫວຽດນາມ) 

ທີ່ການພົບປະ ທ່ານ  Larsen ຢູ່ສຳນັກງານສະພາແຫ່ງຊາດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ຕີລາສູງເຖິງການສະໜັບສະໜູນຂອງ ສະພາແຫ່ງຊາດ ອາເມລິກາ ສຳລັບການພົວພັນ ຫວຽດນາມ-ອາເມລິກາ ແລະ ແຈ້ງໃຫ້ສະມາຊິກສະພາຕໍ່າຮັບຊາບກ່ຽວກັບສະພາບການພັດທະນາໃນທຸກດ້ານຂອງ ຫວຽດນາມ ແລະ ໝາກຜົນຂອງການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການທີ່ຜ່ານມາ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ຢືນຢັນວ່າ: ຖືເປັນສຳຄັນການພົວພັນລະຫວ່າງ ອາເມລິກາ ແລະ ພາກພື້ນອາຊີ - ປາຊີຟິກ, ທ່ານ Rick Larsen ສະມາຊິກສະພາຕໍ່າ ໃຫ້ຮູ້ວ່າ ອາເມລິກາ ມີຄວາມສົນໃຈເຖິງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ປີ APEC ຫວຽດນາມ 2017,  ເຊື່ອໝັ້ນວ່າ ຫວຽດນາມ ຈະຮັບປະກັນໄດ້ບົດບາດເປັນປະເທດຈັດຕັ້ງ ແລະ ປະສານງານປີ APEC 2017 ໃຫ້ປະສົບຜົນສຳເລັດ, ປະກອບສ່ວນຊຸກຍູການຮ່ວມມືທຸກດ້ານ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການປ້ອງກັນຄວາມສະຫງົບຢູ່ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ