ເອກອັກຄະລັດຖະທູດບັນດາປະເທດອາຊີ,ເອີລົບຊອກຮູ້ວັດທະນະທຳຫວຽດນາມຢູ່ສເຊັກໂກ

ເອກອັກຄະລັດຖະທູດບັນດາປະເທດອາຊີ,ເອີລົບຊອກຮູ້ວັດທະນະທຳຫວຽດນາມຢູ່ສເຊັກໂກ - ảnh 1
ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຮັບ​ຟັງ​ການ​ແນະ​ນຳ​ກ່ຽວ​ກັບ
ການ​ເຄື່ອນ​ໄຫວ​ທາງ​ສາ​ສະ​ຫນາ​ຂອງ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ຫວຽດ​ນາມ
ຢູ່​ເຊັກ​ໂກ

(vovworld)- ​​​ວັນ​ທີ 21/2 ຢູ່ ນະ​ຄອນ​ຫລວງ ປ​ຣາ​ຮາ ປະ​ເທດ ເຊັກ​ໂກ, ​ເອກ​ອັກ​ຄະ​ລັດ​ຖະ​ທູດບັນ​ດາ​ປະ​ເທດ ອາ​ຊີ ແລະ ເອີ​ລົບ ໄດ້​ໄປ​ຊ​ອກ​ຮູ້ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ວັດ​ທະ​ນະ​ທຳ​ສາ​ສະ​ຫນາ​ພຸດ ແລະ ອາ​ຫານ​ການ​ກິນ​ຂອງ​ຫວຽດ​ນາມ ກໍ​ຄ​ື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ສູນ​ການ​ຄ້າ ຊາ​ປາ, ປະ​ເທດ ເຊັກ​ໂກ. ນະ​ທີ່ນີ້, ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ໄດ້​ຮັບ​ຟັງ​ການ​ແນະ​ນຳ​ກ່ຽວ​ກັບ​ການ​​ຂະ​ຫຍາຍ​ຕົວ​ຂອງ​ສາ​ສະ​ຫນາ​ພຸດ​ຢູ່​ຫວຽດ​ນາມ ແລະ ການ​ເຄືື່ອນ​ໄຫວ​ທາງ​ສາ​ສະ​ຫນາ​ຂອງ​ບັນ​ດາ​ພຸດ​ທະສາ​ສະ​ນີ​ກະ​ຊົນຫວຽດ​ນາມ. ເມື່ອ​ໄປ​ຢ້ຽມ​ຢາມ​ຮ້າ​ນ​ຊັບ​ພະ​ສິນ​ຄ້າ Tamda Foods, ບ​ັນ​ດາ​ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ມີ​ຄວາ​ມ​ປະ​ທັບ​ໃຈ​ຕໍ່​ຂອບ​ຂະ​ຫນາດ ແລະ ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ. ຮ້ານ​ຊັບ​ພະ​ສິນ​ຄ້ານີ້ ແມ່ນ​ສະ​ຖານ​ທີ່​ລຶ້ງ​ເຄີຍ​ຂອງ​ລູ​ກ​ຄ້າ​ຫວຽດ​ນາມ ແລະ ຊາວ​ຕ່າງ​ປະ​ເທດ 15.000 ຄົນ, ໃນ​ນັ້ນ ມີ​ປະ​ຊາ​ຊົນ​ເຊັກ​ໂກ ເປັນ​ຈຳ​ນ​ວນ​ຫລວງ​ຫລາຍ. ​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ການ​ທູດ ມີ​ໂອ​ກາດ​ໄດ້​ຊອກ​ຮູ້​ວິ​ທີ​ປຸງ​ແຕ່ງ ແລະ ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ຫວຽດ​ນາມ, ຄົ້ນ​ຫາ​ຄວາມ​ງາມ​ເກົ່າ​ແກ່​ຂອງ​ບັນ​ດາ​ຄຸ້ມ​ຖະ​ຫນົນ ຫລື ການ​ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ​ຜ່ານ​ບັນ​ດາ​ຮູບ​ພາບ​ຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ