ເອກອັກຄະລັດຖະທູດປະເທດຕ່າງໆສະແດງຄວາມເຊື່ອໝັ້ນຕໍ່ການພົວພັນອັນດີງາມກັບ ຫວຽດນາມ ໃນປີໜ້າ

(VOVWORLD) -

ເນື່ອງໃນໂອກາດສິ້ນສຸດປີເກົ່າ ແລະ ກຽມຕ້ອນຮັບປີໃໝ່, ເອກອັກຄະລັດຖະທູດ ບັນດາປະເທດປະຈຳ ຫວຽດນາມ ໄດ້ສົ່ງສານສະແດງຄວາມປະເອີບໃຈຕໍ່ການພັດທະນາອັນດີງາມໃນການພົວພັນລະຫວ່າງບັນດາປະເທດກັບ ຫວຽດນາມ, ພ້ອມທັງ ຫວັງວ່າ: ປີໜ້າຈະມີບາດກ້າວບຸກທະລຸຫຼາຍຢ່າງ.



        ຕາມທ່ານ Marc E.Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ແລ້ວ, ປີ 2023 ແມ່ນປີພົ້ນເດັ່ນໃນການພົວພັນສອງຝ່າຍ ຫວຽດນາມ - ອາເມລິກາ, ໃນຂະນະທີ່ສອງປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (2013 – 2023) ແລະ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ, ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ໃນເດືອນ ກັນຍາ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ບໍ່ພຽງແຕ່ ທ່ານປະທານາທິບໍດີ Joe Biden ເທົ່ານັ້ນ, ໃນປີນີ້, ¼ ສະສະມາຊິກໃນອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ໄດ້ມາຢ້ຽມຢາມ ຫວຽດນາມ, ໃນນັ້ນມີທ່ານລັດຖະມົນຕີການຕ່າງປະເທດ Antony Blinken, ທ່ານນາງລັດຖະມົນຕີກະຊວງການເງິນ Janet Yellen ຫຼື ທ່ານລັດຖະມົນຕີກະຊວງກະສິກຳ Tom Vilsack. ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາວ່າສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

        ກ່ຽວກັບແງ່ຫວັງໃນການພົວພັນ ຫວຽດນາມ - ອາເມລິກາ ໃນປີໜ້າ, ທ່ານ ເອກອັກຄະລັດຖະທູດ Marc E.Knapper ຖືວ່າ: ສອງປະເທດຄວນຕັດສິນໃຈປະຕິບັດບັນດາເປົ້າໝາຍດ້ວຍຄວາມຫວັງຢ່າງສູງ ທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ, ໃນນັ້ນ, ບຸລິມະສິດແຖວໜ້າແມ່ນພັດທະນາລະບົບເຄິ່ງຊັກນຳໄຟຟ້າ, ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ນັ້ນແມ່ນຄວາມຮັບຜິດຊອບຕ້ອງປະຕິບັດສຳລັບບັນດາຜູ້ມີແງ່ຫວັງຕໍ່ຜົນສຳເລັດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ:

        “ພວກຂ້າພະເຈົ້າຫວັງວ່າ: ບັນດາປະຕູແຫ່ງການຮ່ວມມືຈະເປີດກ້ວາງກ່ວາອີກ. ຫວັງວ່າ, ບັນດາຂົງເຂດອື່ນເຊິ່ງກ່ອນນີ້ພວກຂ້າພະເຈົ້າຍັງບໍ່ທັນຄົ້ນຫາເທື່ອນັ້ນ, ພວກເຮົາອາດສາມາດພ້ອມກັນຮ່ວມມື. ຂ້າພະເຈົ້າຖືວ່າ ໃນປີໜ້າ, ພວກເຮົາຈະມີຫຼາຍວຽກງານທີ່ຈະຕ້ອງເຮັດ ເພື່ອຫັນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນໃຫ້ປະກົດຜົນເປັນຈິງ. ນັ້ນແມ່ນຄວາມຮັບຜິດຊອບຂອງພວກເຮົາຕໍ່ປະຊາຊົນ ຫວຽດນາມ ແລະ ປະຊາຊົນ ອາເມລິກາ”.

        ສ່ວນທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski ແບ່ງປັນວ່າ:

        “ການຮ່ວມມືໃນທຸກຂົງເຂດພວມນັບມື້ນັບໃຫຍ່ຫຼວງ ແລະ ມີປະສິດທິຜົນກ່ວາເກົ່າ. ປີນີ້, ແມ່ນປີທີ່ດີໃນການພົວພັນ ຫວຽດນາມ - ອົດສະຕາລີ ແລະ ປີໜ້າຈະດີກ່ວານີ້ອີກ. ສຳລັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ, ປີນີ້ກໍ່ແມ່ນປີທີ່ດີງາມ. ຂ້າພະເຈົ້າຫວັງວ່າ, ໄລຍະຈະມາເຖິງ, ພວກເພື່ອນຈະບັນລຸຜົນສຳເລັດດີກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ