ເອກອັກຄະລັດຖະທູດຫວຽດນາມປະຈຳອາຊຽນຍື່ນສານຕາຕັ້ງຕໍ່ເລຂາທິການໃຫຍ່ອາຊຽນ

ເອກອັກຄະລັດຖະທູດຫວຽດນາມປະຈຳອາຊຽນຍື່ນສານຕາຕັ້ງຕໍ່ເລຂາທິການໃຫຍ່ອາຊຽນ - ảnh 1
ສ​ຳ​ນັກ​ງານ​ຄະ​ນະ​ເລ​ຂາ​ອາ​ຊຽ​ນ
(ພາບ: UCA News)

(vovworld) – ວັນ​ທີ 28/5, ຢູ່ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ, ​ທີ່​ນະ​ຄອນຫຼວງ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ, ທ່ານ ຫງວຽ​ນ​​ແຮ່ງ​ນຳ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽ​ນ, ​ໄດ້ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟ້າມ​ບີ່ງ​ມີງ ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ.

        ທີ່​ການ​ຕ້ອນ​ຮັບ​ພາຍຫຼັງ​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ ເນັ້ນ​ໜັກ​ວ່າ: ອາ​ຊຽນ ພວມ​ໃນ​ໄລ​ຍະ​​ສຳ​ຄັນ​ຂອງ​ການສ້າງ​ຕັ້ງ​ປະ​ຊາ​ຄົມ ເມື່ອ​ວັ​ນ​ທີ 31/12/2015, ດ້ວຍ​ໝາກ​ຜົນ​ສຳ​ຄັນ​ຫຼາຍ​ຢ່າງ​ທີ່ບັນ​ລຸ​ໄດ້​ໃນ​ການ​ປະ​ຕິ​ບັດ​ວິ​ວັດ​ການ​ກໍ່ສ້າງ​ ​ປະ​ຊາ​ຄົມ ອາ​ຊຽນ, ພ້ອມ​ທັງ​ຕັ້ງ​ໜ້າ​ສ້າງວິ​ໄສ​ທັດ ອາ​ຊຽນ ຫຼັງ​ປີ 2015. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ກາ​ນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ຜູ້​ຕາງ​ໜ້າ​ປະ​ຈຳ ອາ​ຊຽນ (CPR) ແລະ ຄະ​ນະ​ເລ​ຂາ ອາ​ຊຽນ, ຜ່ານນັ້ນ​ສະ​ແດງ​ຄວາມ​ຫວັງ​ຢາກ​ຮ່ວ​ມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ໃນ​ວິ​ວັດ​ທະ​ນາ​ການ​ໄລ​ຍະ​ຈະ​ມາ​ເຖິງ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ ຫງວຽນ​​ແຮ່ງ​ນຳ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຖື ອາ​ຊຽນ ​ເປັນ​ສຳ​ຄັນໃນ​ແນວ​ທາງ​ເຊື່ອມ​ໂຍງ​​ເຂົ້າ​ກັບພາກ​ພື້ນ ແລະ ສາ​ກົນ​ຂອງ​ຕົນ, ເນັ້ນ​ໜັກ​ຈຸດ​ເວ​ລາ​​ກໍ່ສ້າງ​​ປະ​ຊາ​ຄົມ​ມີ​ຄວາມ​ໝາຍ​ສ​ຳ​ຄັນ​ສ​ຳ​ລັບ ອາ​ຊຽນ ແລະ ທັງ​ພາກ​ພື້ນ, ສຳ​ລັບ ຫວຽດ​ນາມ, ປີ 2015 ກໍ່​ແມ່ນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 20 ປີ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ສະ​ມາ​ຄົມ. ດ້ວຍ​ຄວາມ​ໝາຍນັ້ນ, ຫວຽດ​ນາມ ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ນຳ ອາ​ຊຽນ ຫັນ​​ໄປ​ສູ່​ບາດ​ກ້າ​ວ​ພັດ​ທະ​ນ​າ​ໃໝ່, ກໍ່​ສ້າງ​ປະ​ຊາ​ຄົມ​ສຳ​ເລັດ​ຜົນ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ, ທີ່​ຕັ້ງ​ຂອງ ອາ​ຊ​ຽນ ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້​ນ.


ຂ່າວ/ບົດ​ອື່ນ