ເອກອັກຄະລັດຖະທູດ,ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳເຊີແນວຍື່ນສານຕາຕັ້ງຕໍ່ຜູ້ອຳນວຍການໃຫຍ່ຫ້ອງວ່າການສປຊ
ທ່ານເຢືອງຈີ໋ຢູ້ງ ຢື່ນສານຕາຕັ້ງ
|
(vovworld) – ວັນທີ 21/11, ທີ່ສຳນັກງານ ສປຊ ຢູ່ເຊີແນວ, ປະເທດ ສະວິດ, ທ່ານ ເຢືອງຈີ໋ຢູ້ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆປະຈຳເຊີແນວ, ມີການພົບປະກັບທ່ານ Michael Moller, ຜູ້ອຳນວຍການໃຫຍ່ຫ້ອງວ່າການ ສປຊ ປະຈຳ ເຊີແນວ (UNOG) ແລະ ຍື່ນສານຕາຕັ້ງຕໍ່ທ່ານເລຂາທິການໃຫຍ່ ສປຊ Ban Ki – moon. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ເຢືອງຈີ໋ຢູ້ງ ຢັ້ງຢືນນະໂຍບາຍການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານຂອງ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍ່ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ຕັ້ງໜ້າຂອງທ່ານເລຂາທິການໃຫຍ່ ສປຊ Ban Ki – moon ໃນການຊຸກຍູ້ບັນດາໂຄງການດຳເນີນງານສຳຄັນຂອງ ສປຊ ກໍ່ຄືສຳລັບເລື່ອງເພີ່ມທະວີການພົວພັນລະຫວ່າງ ສປຊ ແລະ ຫວຽດນາມ. ພ້ອມທັງ, ໄດ້ຝາກຄຳເຊື້ອເຊີນຢ້ຽມຢາມ ຫວຽດນາມ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ເຖິງທ່ານເລຂາທິການໃຫຍ່ ສປຊ ຄົນໃໝ່ Antonio Guterres.