ເອຊຽນເກມ 2023: ທິມບານເຕະ ໂອລິມປິກຫວຽດນາມເລີ່ມແຂ່ງຂັນດ້ວຍຜົນດີ

(VOVWORLD) -ການຍິງເຂົ້າ 2 ປະຕູຂອງ ກວກຫວຽດ ພ້ອມກັບການຍິງເຂົ້າປະຕູຂອງວັນຄາງ ແລະ ງວຽນຮ່ວາງ ໄດ້ຊ່ວຍໃຫ້ທິມໂອລິມປິກ ຫວຽດນາມ ເລີ່ມແຂ່ງຂັນດ້ວຍຜົນດີ
ເອຊຽນເກມ 2023: ທິມບານເຕະ ໂອລິມປິກຫວຽດນາມເລີ່ມແຂ່ງຂັນດ້ວຍຜົນດີ - ảnh 1ທີມໂອລິມປິກຫວຽດນາມ ເອົາຊະນະ 4-2 ຕໍ່ທີມໂອລິມປິກມົງໂກນ

     ໃນນັດແຂ່ງຂັນບານເຕະຊາຍ ສາຍ B ທີ່ໄດ້ດຳເນີນ ໃນຕອນບ່າຍວັນທີ 19 ກັນຍານີ້, ຢູ່ສະໜາມຫຼວງລິມປິງ, ນະຄອນຫາງໂຈ່ວ, ໃນຂອບເຂດງານມະຫາກຳກິລາເອຊຽນເກມຄັ້ງທີ 19 (ASIAD 2023), ທີມໂອລິມປິກຫວຽດນາມ ເອົາຊະນະ 4-2 ຕໍ່ທີມໂອລິມປິກມົງໂກນ. ການຍິງເຂົ້າ 2 ປະຕູຂອງ ກວກຫວຽດ ພ້ອມກັບການຍິງເຂົ້າປະຕູຂອງວັນຄາງ ແລະ ງວຽນຮ່ວາງ ໄດ້ຊ່ວຍໃຫ້ທິມໂອລິມປິກ ຫວຽດນາມ ເລີ່ມແຂ່ງຂັນດ້ວຍຜົນດີ ແລະ ມີກາລະໂອກາດໃຫຍ່ເພື່ອສາມາດເຂົ້າແຂ່ງຂັນໃນຮອບ 8 ທິມບານເຕະຊາຍຢູ່ ASIAD 2023.

    ຕາມຕາຕະລາງການແຂ່ງຂັນ, ວັນທີ 21 ກັນຍານີ້, ທິມໂອລິມປິກຫວຽດນາມຈະມີການແຂ່ງຂັນນັດທີ 2 ກັບທິມໂອລິມປິກອີຣານ. ໃນນັດແຂ່ງຂັນສຸດທ້າຍໃນຮອບແຂ່ງຂັນໃນວັນທີ 24 ກັນຍານີ້, ທິມຫວຽດນາມຈະພົບກັບທິມໂອລິມປິກ ອາຣັບບີ ຊາອຸດິ. 

ຕອບກັບ

ຂ່າວ/ບົດ​ອື່ນ