ເອຢິບເຊື່ອມຕໍ່ບັນດາການເຄື່ອນໄຫວໜູນຊ່ວຍຢູ່ເຂດກາຊາ
(VOVWORLD) - ເອຢິບ ແມ່ນປະເທດສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໃຫ້ແກ່ເຂດກາຊາໃນເວລາກ່ວາ 2 ປີຜ່ານມາ.
ເຄື່ອງໜູນຊ່ວຍມະນຸດສະທຳໄດ້ຂົນສົ່ງຈາກແຫຼມ Sinai ຂອງເອຢິບ ເຂົ້າເຂດກາຊາຜ່ານດ່ານຊາຍແດນ Rafah (ພາບ: VOV)
|
ພາຍຫຼັງຢຸດຕິຊົ່ວຄາວດ້ານເຕັກນິກ, ວັນທີ 4 ມັງກອນ, ອົງການກູ້ຊ່ວຍເອຢິບໄດ້ເຊື່ອມຕໍ່ການເຄື່ອນໄຫວຂົນສົ່ງເຄື່ອງໜູນຊ່ວຍມະນຸດສະທຳໄປຍັງເຂດກາຊາ, ເພື່ອໜູນຊວ່ຍຊາວປາແລັດສະຕິນ ຜ່ານຜ່າວິກິດການມະນຸດສະທຳ ທີ່ຮ້າຍແຮງ ໂດຍການປະທະກັນດ້ານອາວຸດທີ່ແກ່ຍາວສ້າງຂຶ້ນ. ຕາມອົງການຊິກວົງເດືອນແດງ ຂອງເອຢິບແລ້ວ, ງວດເຄື່ອງຊ່ວຍເຫຼືອໄດ້ສົ່ງໄປຍັງເຂດກາຊາໃນວັນທີ 4 ມັງກອນ ລວມມີທັນສະຫານ, ເຊື້ອເພິງ, ເສື້ອຜ້າ ແລະ ເຄື່ອງນຳໃຊ້ຍາມລະດູໜາວ 6.700 ໂຕນ. ນີ້ແມ່ນງວດເຄື່ອງຊ່ວຍເຫຼືອທີ 108 ໄດ້ສົ່ງໄປຍັງເຂດກາຊາຕາມຂໍ້ລິເລີ່ມ “Zad Al Izza: ຈາກເອຢິບ ໄປຍັງກາຊາ, ປຸກລະດົມໃນທ້າຍເດືອນກໍລະກົດ 2025. ເອຢິບ ແມ່ນປະເທດສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໃຫ້ແກ່ເຂດກາຊາໃນເວລາກ່ວາ 2 ປີຜ່ານມາ. ເອຢິບໄດ້ປະສານສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງໜູນຊ່ວຍປະມານ 800.000 ໂຕນ, ກວມເອົາ 70%ຍອດຈຳນວນເຄື່ອງໜູນຊ່ວຍສາກົນໃຫ້ແກ່ເຂດກາຊາ.