ການເຈລະຈານະໂຍບາຍກ່ຽວກັບການພົວພັນ
ລະຫວ່າງຫວຽດນາມ ແລະ ອາເມລິກາ
ພາບ:VTV
|
(vovworld)- ກ່າວຄຳເຫັນທີ່ການເຈລະຈານະໂຍບາຍກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ເນື່ອງໃນໂອກາດສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຊື່ງດຳເນີນໃນຕອນບ່າຍວັນທີ 28/9 ຢູ່ ສຳນັກງານສະມາຄົມ ອາຊີ ທີ່ນິວຢອກ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນ: ບັນດາຜົນປະໂຫຍດພື້ນຖານ ຊື່ງສອງຝ່າຍແບ່ງປັນ ແມ່ນສາຍເຫດ ແລະ ກຳລັງຫນູນຊ່ວຍໃຫ້ສອງປະເທດຜ່ານຜ່າອະດີດຕະການສົງຄາມ ແລະ ບັນດາຄວາມແຕກຕ່າງເພື່ອກາຍເປັນຄູ່ຮ່ວມມືຮອບດ້ານຂອງກັນ. ເພື່ອຫັນເປັນລະອຽດ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ ແລະ ອາເມລິກາເລິກເຊິ່ງກວ່າ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ: ສອງຝ່າຍຄວນຮ່ວມມືຕັ້ງຫນ້າເພື່ອຜັນຂະຫຍາຍຖະແຫລງການກ່ຽວກັບວິໄສທັດລວມ ຫວຽດນາມ ອາເມລິກາ ແລະ ຖະແຫລງການຮ່ວມກ່ຽວກັບຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ອາເມລິກາ ຢ່າງມີປະສິດທິຜົນ. ໃນນັ້ນ ສຳຄັນແມ່ນສ້າງຄວາມໄວ້ເນື້ອເຊື່ອໃຈ ເປັນຕົ້ນແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ທີ່ການເຈລະຈາ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ຕອບຫລາຍຄຳຖາມຂອງຜູ້ຕາງຫນ້າເຈົ້າຫນ້າທີ່, ນັກຮຽນຮູ້ ແລະ ວິສາຫະກິດ ອາເມລິກາ ກ່ຽວກັບແງ່ຫວັງການພັດທະນາຂອງຫວຽດນາມ, ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດສຳລັບຫວຽດນາມ ເມື່ອເຂົ້າຮ່ວມສັນຍາ TPP, ການພົວພັນ ລະຫວ່າງຫວຽດນາມ ກັບບັນດາປະເທດໃຫຍ່ຄື: ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ຈີນ, ບັນຫາແກ້ໄຂການຂັດແຍ້ງບົນທະເລໂດຍສັນຕິວິທີ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳ້ທະເລຂຶ້ນສູງ, ປະຊາທິປະໄຕ ແລະ ສິດທິມະນຸດ.