ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

(VOVWORLD) - “ການຢ້ຽມຢາມ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ມີລັກສະນະປະຫວັດສາດ, ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ນ້ຳໃຈຄວາມຜູກພັນສະໜິດສະໜົມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດມີຕໍ່ກັນ..."
ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ (ພາບ:  VOV)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ ທອງລຸນ ສີສຸລິດ ເສຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສະຖາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ເປັນປະທານກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ແຕ່ວັນທີ 1 ທັນວາ ຫາວັນທີ 2 ທັນວາ 2025.

ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ:

“ການຢ້ຽມຢາມ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ມີລັກສະນະປະຫວັດສາດ, ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ນ້ຳໃຈຄວາມຜູກພັນສະໜິດສະໜົມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດມີຕໍ່ກັນ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ແລະ ວາງອອກບັນດາກຳນົດທິດຮ່ວມືໃໝ່ລະຫວ່າງສອງປະເທດໃນສັງກາດໃໝ່. ຜ່ານການຢ້ຽມຢາມ, ອີກຄັ້ງໜຶ່ງຢັ້ງຢືນ ຈະສືບຕໍ່ສືບທອດ, ເສີມຂະຫຍາຍມູນເຊື້ອ ແລະ ເຮັດໃຫ້ສາຍພົວພັນມິດຕະພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງກວ່າອີກ”.


ຕອບກັບ

ຂ່າວ/ບົດ​ອື່ນ