ແຂວງ ກວ໋າງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 4,85 ລ້ານ​ເທື່ອ​ຄົນ​ໃນ​ໄຕ​ມາດ I ປີ​ນີ້

(VOVWORLD) -ແຂວງ ກວ໋າງນິງ ມີແຜນການຈັດກິດຈະກຳວັດທະນະທຳ, ກິລາ 160 ລາຍການ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. 
ແຂວງ ກວ໋າງ​ນິງ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 4,85 ລ້ານ​ເທື່ອ​ຄົນ​ໃນ​ໄຕ​ມາດ I ປີ​ນີ້ - ảnh 1ໄຕມາດ I ປີ 2023, ແຂວງ ກວ໋າງນິງ ຕ້ອນຮັບແຂກທ່ອງທ່ຽວ ເພີ່ມຂຶ້ນທົບ 2,3 ເທົ່າ (ພາບ: VOV)

ໄຕມາດ I ປີນີ້, ແຂວງ ກວ໋າງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 4,85 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 283.000 ເທື່ອຄົນ, ເພີ່ມຂຶ້ນທົບ 2,3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນປີ 2023 ນີ້, ແຂວງ ກວ໋າງນິງ ມີແຜນການຈັດກິດຈະກຳວັດທະນະທຳ, ກິລາ 160 ລາຍການ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. ທ່ານ ຟ້າມງອກຖຸຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ ໃຫ້ຮູ້ວ່າ:

        “ເດືອນ ເມສາ ແມ່ນເດືອນຈຸດສຸມແຂວງ ກວ໋າງນິງ ໄດ້ຜັນຂະຫຍາຍການກະຕຸ້ນການທ່ອງທ່ຽວ, ໂດຍສະເພາະແມ່ນເດືອນ Carnaval ຮະລອງ, ເພື່ອດຶງດູດແຂກທ່ອງທ່ຽວ. ສຳລັບແຂກທ່ອງທ່ຽວຕ່າງປະເທດ, ພວກຂ້າພະເຈົ້າພວມສົ່ງເສີມຢ່າງແຮງ ແລະ ມີສັນຍານຢ່າງຕັ້ງໜ້າຈາກຕະຫຼາດ ສ.ເກົາຫຼີ, ອິນເດຍ. ປັດຈຸບັນ, ມີນັກທ່ອງທ່ຽວຈີນ 1.000 ເທື່ອຄົນ ມາທ່ຽວ ຮະລອງ ຜ່ານດ່ານຊາຍແດນສາກົນ ມ໊ອງກາຍ ໃນແຕ່ລະວັນ.”

        ປີນີ້, ຂະແໜງທ່ອງທ່ຽວແຂວງ ກວ໋າງນິງ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ ໃຫ້ໄດ້ 15 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ