ແຂວງ ກວ໋າງນີງ ນຳຫນ້າທົ່ວປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງໃນສອງປີລຽນຕິດ

(VOVWORLD) -ດ້ວຍຄະແນນ 70,36/100, ແຂວງ ກວ໋າງນີງ ແມ່ນທ້ອງຖິ່ນນຳຫນ້າທົ່ວປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ (PCI) ປີ 2018. 

ນີ້ແມ່ນປີທີສອງລຽນຕິດ ແຂວງກວ໋າງນີງ ບັນລຸໄດ້ໝາກຜົນດັ່ງກ່າວ. ຖັດມາແມ່ນ 10 ແຂວງ ຄື: ດົງທາບ, ລອງອານ, ເບນແຈ, ດາຫນັງ, ບີງເຢືອງ, ກວ໋າງນາມ, ຫວີງລອງ, ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມີນ. ໃນຂະນະນັ້ນ ດັກລັກ ແມ່ນທອ້ງຖິ່ນຢືນອັນດັບສຸດທ້າຍໃນບັນຊີລາຍຊື່.

ແຂວງ ກວ໋າງນີງ ນຳຫນ້າທົ່ວປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງໃນສອງປີລຽນຕິດ  - ảnh 1 (ພາບປະກອບ: hoibaotaichinhvietnam.vn)

ນີ້ແມ່ນໝາກຜົນໄດ້ເຕື້ອງເຖິງໃນບົດລາຍງານປະຈຳປີກ່ຽວກັບດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ ປີ 2018 ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ແລະ ອົງການພັດທະນາສາກົນ ອາເມລິກາ (USAID) ປະກາດໃນວັນທີ 28 ມີນາ ຢູ່ ຮ່າໂນ້ຍ.

ຕີລາຄາກ່ຽວກັບໝາກຜົນ PCI 2018, ທ່ານ ຫວູຕຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຮອງປະທານ ສະພາທີ່ປຶກສາການປະຕິຮູບລະບຽບການບໍລິຫານ ຂອງນາຍົກລັດຖະມົນຕີ, ຫົວຫນ້າຄະນະຊີ້ນຳ PCI ເນັ້ນຫນັກວ່າ:

“PCI ປີ 2018 ໄດ້ມີການດັດປັບຫລາຍພໍສົມຄວນເມື່ອທຽບໃສຊຸມປີກ່ອນ.                    ບັນດາທ່າອ່ຽງພົ້ນເດັ່ນໃນປີ 2018 ແມ່ນ: ລາຍຈ່າຍບໍ່ເປັນທາງການຫລຸດລົງຢ່າງເຫັນໄດ້ຊັດ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດມີຄວາມສະເຫມີພາບກ່ວາ, ອຳນາດການປົກຄອງທຸກຂັ້ນມີຄວາມຂະຫຍັນຂັນເຄື່ອນກວ່າ, ການປະຕິຮູບລະບຽບການບໍລິຫານສືບຕໍ່ມີບາດກ້າວເດີນ. ນັ້ນແມ່ນບັນດາສັນຍານສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມປະຕິຮູບລະບຽບການບໍລິຫານ ແລະ ກຕ້ານການສໍ້ລາດບັງຫລວງໄດ້ເສີມຂະຫຍາຍຄູນປະໂຫຍດ”

ຕອບກັບ

ຂ່າວ/ບົດ​ອື່ນ