ແຂວງ ກວາງນິງ ສູ້ຊົນປະຕິບັດສຳເລັດການປ່ອຍເງິນລົງທຶນສາທາລະນະໃນເດືອນທັນວາ
(VOVWORLD) - ຮອດເດືອນພະຈິກ, ແຂວງ ກວາງນິງ ໄດ້ປ່ອຍເງິນກວ່າ 7.400 ຕື້ດົ່ງ, ບັນລຸ 62,5% ແຜນການໂດຍນາຍົກລັດຖະມົນຕີໄດ້ມອບໝາຍໃຫ້. ເພື່ອປະຕິບັດສຳເລັດເປົ້າໝາຍປ່ອຍເງິນ 100% ໃນປີ 2025, ທາງແຂວງໄດ້ວາງເປົ້າໝາຍໃນເດືອນທັນວາ ຕ້ອງປ່ອຍເງິນຢ່າງໜ້ອຍສຸດຕື່ມ 4.600 ຕື້ດົ່ງ.
ໂຄງການກໍ່ສ້າງທາງເຂົ້າເຂດອຸດສາຫະກຳ ເດີ່ມຮ່າ (ພາບ:baoquangninh.vn) |
ແຜນການເງິນລົງທຶນສາທາລະນະປີ 2025 ຂອງແຂວງ ພາຍຫຼັງໄດ້ຮັບການດັດປັບແມ່ນ 17.064 ຕື້ດົ່ງ, ສູງກວ່າ 5.100 ຕື້ດົ່ງ ເມື່ອທຽບໃສ່ແຜນການຕົ້ນປີ. ເພື່ອຍູ້ແຮງຄວາມຄືບໜ້າ, ທາງແຂວງ ໄດ້ແກ້ໄຂບັນດາຮົ້ວກີດຂວາງກ່ຽວກັບໜ້າພຽງ, ວັດສະດຸ ແລະ ແຜນຜັງ, ສ້າງເງື່ອນໄຂເພື່ອໃຫ້ເຈົ້າຂອງລົງທຶນ ແລະ ຜູ້ຮັບເໝົາເພີ່ມຜຽນ, ເພີ່ມເຄື່ອງອຸປະກອນ.
ກຸ່ມໂຄງການຂັ້ນແຂວງໃນປັດຈຸບັນປ່ອຍໄດ້ 5.191/10.248 ຕື້ດົ່ງ; ບັນດາໂຄງການໄດ້ສົ່ງຈາກຂັ້ນເມືອງ ກໍຄືພວມເພີ່ມລະດັບຄວາມໄວໃຫ້ສຳເລັດໃນເດືອນທັນວາ. ບັນດາໂຄງການຈຸດສຸມຂອງແຂວງຮຽກຮ້ອງໃຫ້ດຳເນີນການກໍ່ສ້າງຢ່າງຕໍ່ເນື່ອງ ເພື່ອຮັບປະກັນຄວມຄືບໜ້າສ້າງສູນ logistics ໃໝ່. ສະເພາະ 9 ໂຄງການເສັ້ນທາງແຄມແມ່ນ້ຳເຊື່ອມຕໍ່ເສັ້ນທາງຄວາມໄວສູງ ຮະລອງ - ຫາຍຟ່ອງ ພວມເປີດບັ້ນເຄື່ອນໄຫວ 60 ວັນ ແລະ ຄືນ, ສູ້ຊົນໃນເດືອນທັນວາ ຈະປູໜ້າທາງທີ່ມີຄວາມຍາວກວ່າ 10 ກິໂລແມັດ ໃຫ້ສຳເລັດ, ເບີກຈ່າຍກວ່າ 350 ຕື້ດົ່ງ.
ບັນດາກິດຈະກຳພວມໄດ້ຮັບການກໍ່ສ້າງຕະຫຼອດ 24 ຊົ່ວໂມງເພື່ອຮັບປະກັນຄວາມຄືບໜ້າ (ພາບ: baoquangninh.vn) |
ດ້ວຍການເຂົ້າຮ່ວມຢ່າງຄົບຊຸດຂອງບັນດາຫົວໜ່ວຍ, ແຂວງ ກວາງນິງ ຕັດສິນໃຈປະຕິບັດສຳເລັດຢ່າງໜ້ອຍສຸດ 4.600 ຕື້ດົ່ງ ໃນເດືອນທັນວາ, ຮັບປະກັນການປ່ອຍເງິນລົງທຶນສາທາລະນະ 100% ຕາມແຜນການທີ່ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້./.