ແຂວງ ບັກກ້ານ ໂຄສະນາໝາກຟັກຫອມ

(VOVWORLD) - ຜ່ານຮູບແບບ Livestream, ຄ້າຂາຍສິນຄ້າທາງອິນເຕີເນັດ ແລະ ໂຄສະນາຜະລິດຕະພັນໃນສື່ສັງຄົມອອນລາຍຄື: Facebook, youtube, tiktok…. ປະຊາຊົນ ແລະ ແຂກທ່ອງທ່ຽວ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງວັນບຸນຢູ່ສວນປູກໝາກຟັກຫອມ ຕາແສງ ອຽນເຢືອງ...
ແຂວງ ບັກກ້ານ ໂຄສະນາໝາກຟັກຫອມ - ảnh 1ແຂວງ ບັກກ້ານ ໄດ້ຈັດວັນບຸນໝາກຟັກຫອມ

ວັນທີ 9 ກໍລະກົດ, ເມືອງ ບາເບ໋, ແຂວງ ບັກກ້ານ ໄດ້ຈັດວັນບຸນໝາກຟັກຫອມ, ເຊິ່ງສິນພິເສດສະເພາະຂອງເມືອງເຂດພູສູງແຫ່ງນີ້.

        ຜ່ານຮູບແບບ Livestream, ຄ້າຂາຍສິນຄ້າທາງອິນເຕີເນັດ ແລະ ໂຄສະນາຜະລິດຕະພັນໃນສື່ສັງຄົມອອນລາຍຄື: Facebook, youtube, tiktok…. ປະຊາຊົນ ແລະ ແຂກທ່ອງທ່ຽວ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງວັນບຸນຢູ່ສວນປູກໝາກຟັກຫອມ ຕາແສງ ອຽນເຢືອງ, ເຂດປູກໝາກຟັກ ຈຸດສຸມຂອງເມືອງ ບາເບ໋, ແຂວງ ບັກກ້ານ. ໃນການຂາຍອອນລາຍນີ້, ບັນລຸໄດ້ຫຼາຍໃບສັ່ງຊື້ສິນຄ້າຈາກທຸກແຖບຖິ່ນຂອງປະເທດ. ທ່ານ ຮ່ວາງເຢືອງ ຫວນ, ປະຊາຊົນຕາແສງ ເດ້ຍລີງ, ເມືອງ ບາເບ໋, ໃຫ້ຮູ້ວ່າ:

        “ແບບວິທີີເຮັດແນວນີ້ແມ່ນມີປະໂຫຍດທີ່ສຸດສຳລັບພໍ່ແມ່ປະຊາຊົນຜູ້ປູກໝາກຟັກ. ຄວາມຫວັງຂອງພໍ່ແມ່ປະຊາຊົນຕາແສງ ອຽນເຢືອງ ແລະ ຕາແສງ ເດ້ຍລີງ, ເມືອງ ບາເບ໋ ແມ່ນເຮັດແນວໃດສືບຕໍ່ເພື່ອໄດ້ປູກໝາກຟັກໃນເນື້ອທີ່ດິນກ້ວາງຂວາງກ່ວາ ແລະ ຂາຍໝາກຟັກ ໄດ້ຫຼາຍກ່ວາອີກ”.

 

ຕອບກັບ

ຂ່າວ/ບົດ​ອື່ນ