ແຂວງ ຫວິງ​ລອງ ຍູ້​ແຮງ​ການ​ສ້າ​ງ​ພື້ນ​ຖານ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນກັບຊົນນະບົດໃໝ່.
ແຂວງ ຫວິງ​ລອງ ຍູ້​ແຮງ​ການ​ສ້າ​ງ​ພື້ນ​ຖານ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 28 ເມສາ, ຢູ່ແຂວງ ຫວິງລອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະປະຕິບັດງານ ໄດ້ມີການເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງ ຫວິງລອງ ກ່ຽວກັບໝາກຜົນການຜັນຂະຫຍາຍປະຕິບັດໜ້າທີ່ປີ 2021, ໄຕມາດ I ປີ 2022 ແລະ ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ; ການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍປີການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ຕິດຕາມກວດກາຫົວເລື່ອງສະເພາະຂອງສະພາແຫ່ງຊາດ; ຄະນະປະຈຳສະພາແຫ່ງຊາດ ປີ 2022.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ແຂວງ ຫວິງລອງ ຄວນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ; ພັດທະນາກະສິກຳຕິດພັນກັບຊົນນະບົດໃໝ່.

ເລຕວຽດ


ຕອບກັບ

ຂ່າວ/ບົດ​ອື່ນ