ແຂວງOita(ຢີປຸ່ນ)ປາດຖະໜາຢາກຮ່ວມມືຫຼາຍດ້ານກັບຫວຽດນາມ

ແຂວງOita(ຢີປຸ່ນ)ປາດຖະໜາຢາກຮ່ວມມືຫຼາຍດ້ານກັບຫວຽດນາມ - ảnh 1
(ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ​ພົບປະ​ກັບ​ ທ່ານ Murayama Tomiichi
ປະ​ທານ​ສະ​ພາ​ຕິດ​ຕໍ່​ພົວ​ພັນ​ສັນ​ຕິ​ພາບ ຢີ​ປຸ່ນ-ຫວຽດ​ນາມ)

(vovworld)- ​ທ່ານ ຫງວຽນ​ກັວກ​ເກື່ອງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຢີ​ປຸ່ນ ຫາກໍ່​ມີ​ການ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ ຢູ່ ແຂວງ Oita, ຢີ​ປຸ່ນ, ​ລະ​ຫວ່າງ ວັນ​ທີ 2-4/7. ນະ​ທີ່ນີ້, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ພົບປະ​ກັບ​ ທ່ານ Murayama Tomiichi ປະ​ທານ​ສະ​ພາ​ຕິດ​ຕໍ່​ພົວ​ພັນ​ສັນ​ຕິ​ພາບ ຢີ​ປຸ່ນ-ຫວຽດ​ນາມ, ອະ​ດິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢີ​ປຸ່ນ, ໄປຢ້ຽມ​ຢາມ​ບາງວິ​ສາ​ຫະ​ກິດ ແລະ ສະ​ຖານ​ທີ່ ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ ຂອງ​ແຂວງ. ​ທ່ານ ຫງວຽນ​ກັວກ​ເກື່ອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຕີ​ລາ​ຄາ​ສ​ູງບ​ັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງຂອງ ທ່ານ Murayama ເຂົ້າ​ການ​ພັດ​ທະ​ນາ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ຢີ​ປຸ່ນ ໃນ​ຖາ​ນະ​ຕຳ​ແໜ່ງ​ ​ເປັນນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຜູ້​ທຳ​ອິດ​ຂອງ ຢີ​ປຸ່ນ ​ມາຢ້ຽມ​ຢາມ​ຫວຽດ​ນາມ ໃນ​ປີ 1994 ນັບ​ແຕ່​ສອງ​ປະ​ເທດ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ ປິ 1973. ທີ່​ການ​ພົບ​ປະ, ທ່ານ Hirose Katsusada ຜູ້​ວ່າ​ການແຂວງ Oita ເນັ້ນ​ໜັກ​ເຖິງ:  ຄວາມ​ສາ​ມາດ​ບົ່ມ​​ຊ້ອນ​ການ​ຮ່ວມ​ມື​ອັນ​ໃຫຍ່ຫຼວງ ລະ​ຫວ່າງ ແຂວງ Oita ກັບ​ຫວຽດ​ນາມ; ຢືນຢັນພ້​ອມ​ແລ້ວທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້​ນັບ​ມື້​ນັບ​ມີ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງຂອງ​ແຂວງ ​ມາລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ຢູ່​ຫວຽດ​ນາມ ກໍ່​ຄື​​ມີນັກ​ສຶກ​ສາຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍຫຼາຍ​ຄົນ ຂອງ​ແຂວງ ມາຫວຽດ​ນາມ​ທ່ອງ​ທ່ຽວ​ ແລະ ຮ່ຳ​ຮຽນ. ທ່ານ Hirose​ຜູ້​ວ່າ​ການ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ ຢາກ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ນັກ​ສຶກ​ສາ ແລະ ແຮງ​ງານ​ຫວຽດ​ນາມຫຼາຍ​ຄົນ ມາ​ແຂວງ Oita,  ທ່ານ​ Hirose ຜູ້​ວ່າ​ການ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ວຽກ​ເຮັດງານ​ທຳ ແລະ ໜູນ​ຊ່ວຍ​ການ​ດຳ​ເນີນ​​ອາ​ຊີບ ລະ​ຫວ່າງ ບັນ​ດາ​ວິ​ສາ​ຫະ​ກິດ ພາຍ​ໃນ​ແຂວງ ​ກັບ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ນັກ​ສຶກ​ສາ​ຫວຽດ​ນາມ.

​ທ່ານ ຫງວຽນ​ກັວກ​ເກື່ອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຢືນ​ຢັນວ່າ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ຢີ​ປຸ່ນ  ພ້ອມ​​ແລ້ວທີ່​ຈະ​ໜູນ​ຊ່ວຍ​ແຂວງ Oita  ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃນຫຼາຍ​ຂົງ​ເຂດ​ກັບ​ຫວຽດ​ນາມ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ​ບຳ​ລຸງ​ສ້າງ ແລະ ຮັບ​ເອົາ​ນັກ​​ຮຽນ​ຝຶກ​ງານ, ​ຄົນງານ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ