ແຂວງກວາງຈິ ສະເຫຼີມສະຫຼອງ 50 ປີ ແຫ່ງວັນໄຊຊະນະເສັ້ນທາງຫຼວງເລກ 9 ແຄແຊງ

(VOVWORLD) -        ຕອນຄໍ່າວັນທີ 8 ກໍລະກົດ, ທີ່ເທດສະບານເມືອງ ແຄແຊງ, ເມືອງເຮື໋ອງຮວ໋າ, ແຂວງ ກວາງຈິ ຂອງ ຫວຽດນາມ ໄດ້ດໍາເນີນພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນໄຊຊະນະທາງຫຼວງເລກ 9 - ແຄແຊງ, ປົດປ່ອຍເມືອງ ເຮື໋ອງຮວ໋າ ( 9/7/1968-9/7/2018). 

ແຂວງກວາງຈິ ສະເຫຼີມສະຫຼອງ 50 ປີ ແຫ່ງວັນໄຊຊະນະເສັ້ນທາງຫຼວງເລກ 9 ແຄແຊງ - ảnh 1 ພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນໄຊຊະນະທາງຫຼວງເລກ 9 - ແຄແຊງ, ປົດປ່ອຍເມືອງ ເຮື໋ອງຮວ໋າ

ທີ່ພິທີສະເຫຼີມສະຫຼອງ, ຜູ້ແທນ ແລະ ປະຊາຊົນ ໄດ້ທົບທວນຄືນກ່ຽວກັບການຕໍ່ສູ້ປົດປ່ອຍແຄແຊງ - ເຮື໋ອງຮວ໋າ ຜ່ານການສາຍຮູບເງົາເອກະສານ ແລະການປ່ຽນແປງໃໝ່ ແລະ ການພັດທະນາຂອງເມືອງເຮືອງຮວ໋າ ພາຍຫຼັງ 50 ປີແຫ່ງວັນປົດປ່ອຍ. ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນວັນຮຸ່ງ, ເລຂາຄະນະພັກແຂວງ ແຂວງກວາງຈິ, ເນັ້ນໜັກວ່າ:

        “50 ປີ, ພາຍຫຼັງການປົດປ່ອຍ, ຈາກສະພາບການບ້ານເມືອງຖືກສະຫຼັກຫັກພັງ ໂດ ສົງຄາມທໍາລາຍ, ເມືອງເຮື໋ອງຮວ໋າ ໄດ້ມານະພະຍາຍາມສູ້ຊົນບືນຕົວຂຶ້ນ, ຮໍາບາດແຜສົງຄາມຢ່າງໄວວາ, ກໍ່ສ້າງ ແລະ ພັດທະນາບ້ານເກີດເມືອງນອນຢ່າງຮອບດ້ານ            ພໍສົມຄວນ. ດັ່ງນັ້ນ, ຊີວິດການເປັນຢູ່ທັງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.  ເສັ້ນທາງຫຼວງເລກ 9 - ແຄແຊງທີ່ເຕັມໄປດ້ວຍຂຸມລະເບີດເມື່ອກ່ອນນີ້, ປັດຈຸບັນ ໄດ້ກາຍເປັນເສັ້ນທາງຂອງການເຊື່ອມໂຍງ ແລະ ພັດທະນາໃນແລວເສດຖະກິດອາຊີຕາເວັນອອກ - ຕາເວັນຕົກ”.

        ເນື່ອງໃນໂອກາດນີ້, ກອງທຶນນໍ້າໃຈກຸສົນ ລາວດົ້ງ ໄດ້ຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີໃຈບຸນໃຈກຸສົນ ໄດ້ຈໍານວນເງິນກວ່າ 2,5 ຕື້ດົງ ເພື່ອ ກໍ່ສ້າງເຮືອນສາຍຈິດມິດໃຈ 50 ຫຼັງ ໃຫ້ບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຄອບຄົວເປົ້າໝາຍນະໂຍບາຍຢູ່່ເມືອງ ເຮື໋ອງຮວ໋າ.

ຕອບກັບ

ຂ່າວ/ບົດ​ອື່ນ