ທ່ານ ຟ້າມບິ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Lê Sen/TTXVN)
|
(vovworld) - ແຂວງ ກຽນຢາງ ມີຊາຍແດນທາງບົກຕິດກັບ ກຳປູເຈຍ ດ້ວຍລວງຍາວ 56,8 ກມ. ສະພາບຄວາມສະຫງົບ, ໃນໄລຍະຜ່ານມາ, ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນໄດ້ຮັບການຮັກສາ, ເປັກປົກກະຕິ, ປະກອບສ່ວນເພີ່ມພຸນຄຸນສ້າງມູນເຊື້ອສາມັກຄີລະຫວ່າງ 2 ຊາດ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບດີງາມກ່ວາ. ຜ່ານນັ້ນ, ວຽກງານຂີດເສັ້ນຊາຍແດນທາງບົກລະຫວ່າງ ຫວຽດນາມ - ກຳປູເຈຍ ກໍ່ໄດ້ດຳເນີນໄປຢ່າງສະດວກ. ມາຮອດປະຈຸບັນ, ແຂວງ ກຽນຢາງ ໄດ້ກໍ່ສ້າງສຳເລັດ 22/28 ຫຼັກໝາຍຊາຍແດນ, ຂີດເສັ້ນຊາຍແດນໄດ້ກ່ວາ 35 ກມ. ກ່ຽວກັບສະພາບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ການນຳໃຊ້ທຶນ ODA, ມາຮອດປະຈຸບັນ, ແຂວງ ກຽນຢາງ ມີ 35 ໂຄງການ FDI ຂອງບັນດານັກລົງທຶນທີ່ມາຈາກ 17 ປະເທດ, ເຂດແຄ້ວນດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 1,3 ຕື້ USD. ກ່າວຄຳເຫັນຊີ້ນຳການເຮັດວຽກກັບການນຳແຂວງ ກຽນຢາງ ກ່ຽວກັບສະພາບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ, ນຳໃຊ້ທຶນ ODA ແລະ ສະພາບການຄຸ້ມຄອງເຂດຊາຍແດນ, ຜົນແຫ່ງການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ຫວຽດນາມ - ກຳປູເຈຍ, ວັນທີ 15/4, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີງມິງ ຊົມເຊີຍການນຳແຂວງ ກຽນຢາງ ຊີ້ນຳການປະຕິບັດວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ - ກຳປູເຈຍ ເປັນຢ່າງດີ, ມຸ່ງໄປເຖິງການປະຕິບັດສຳເລັດລະບົບຫຼັກໝາຍຊາຍແດນເຂດຕາເວັນຕົກສຽງໃຕ້. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີງມິງ ກໍ່ຕັກເຕືອນໃຫ້ແຂວງ ກຽນຢາງ ຕ້ອງເອົາໃຈໃສ່ເຖິງຂົງເຂດທ່ອງທ່ຽວ, ພິເສດແມ່ນໄລຍະເຊື່ອມໂຍງເຂົ້າກັບສາກົນ.