ທ່ານຫງວຽນຊວນຟຸກເຮັດວຽກຢູ່ແຂວງ ດັກລັກ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld)- ໃນການປະຕິບັດງານ ຢູ່ໄຕງວຽນ, ຕອນເຊົ້າວັນທີ 21/6, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເຮັດວຽກກັບແຂວງດັກລັກ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ກ່າວຄວາມເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ແຂວງດັກລັກແກ້ໄຂບັນຫາພື້ນທີ່ດິນທຳການຜະລິດໃຫ້ດີກວ່າອີກ; ຮັບປະກັນແຫຼ່ງນ້ຳຮັບໃຊ້ການດຳເນີນຊີວິດ ແລະ ການຜະລິດ ໃຫ້ແກ່ປະຊາຊົນ. , ທ່ານນາຍົກລັດຖະມົນຕີ ຮຽກຮ້ອງແຂວງດັກລັກ ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຢ່າງຈະແຈ້ງ ແລະ ແທດຈິງກວ່າອີກ ດ້ວຍທັດສະນະຕົ້ນຕໍແມ່ນຍູ້ແຮງການຜະລິດກະສິກຳ, ເອົາໃຈໃສ່ເປັນສຳຄັນກວ່າອີກ ໃນການກໍ່ສ້າງ ແລະ ໂຄສະນາເຜີຍແຜ່ ບັນດາຜະລິດຕະພັນ, ເຄື່ອງໝາຍ ຜະລິດຕະພັນກະເສດທີ່ມີຊື່ສຽງ, ມີມູນຄ່າເສດຖະກິດສູງ ຂອງແຂວງ, ໄປຄຽງຄູ່ກັບວຽກງານການສຳຜັດ, ເປີດກວ້າງຕະຫຼາດ. , ທ່າຍນາຍົກລັດຖະມົນຕີ ສະເໜີແຂວງດັກລັກ ກວດກາເນື້ອທີ່ດິນຄືນໃໝ່, ມີກົນໄກຈັດສັນທີ່ດິນທຳການຜະລິດ, ດິນປູກຝັງຢ່າງເໝາະສົມ, ຮັບປະກັນໃຫ້ປະຊາຊົນລ້ວນແຕ່ມີດິນປູກຝັງ, ພັດທະນາເສດຖະກິດເອກະຊົນ, ຄອບຄົວ, ຍົກສູງຊີວິດການເປັນຢູ່. , ທ່ານນາຍົກລັດຖະມົນຕີ ຊີ້ນຳແຂວງດັກລັກ ປະຕິບັດວຽກງານກໍ່ສ້າງ, ບຳລຸງຖັນແຖວພະນັກງານ, ລັດຖະກອນໃຫ້ດີ ເປັນຕົ້ນແມ່ນໃນທ້ອງຖິ່ນທີ່ມີປະຊາຊົນຊາວເຜົ່າສ່ວນໜ້ອຍ, ສາດສະໜາຕ່າງໆ ເປັນຈຳນວນຫຼວງຫຼາຍອາໄສຢູ່ຮ່ວມ. ແຂວງດັກລັກ ກໍ່ຕ້ອງປະຕິບັດ ບັນດານະໂຍບາຍຊົນເຜົ່າ, ສາດສະໜາໃຫ້ດີ; ເພື່ອຍົກສູງຈິດໃຈດຳເນີນອາຊີບ ແລະ ຍົກສູງດັດສະນີແກ່ງແຍ່ງ, ປົວແປງສະພາບແວດລ້ອມແຫ່ງການລົງທຶນຢ່າງບໍ່ຢຸດຢັ້ງ.