ແຂວງບ່າເຣ້ຍ-ວູງເຕົ່າຈັດຕັ້ງການເລືອກຕັ້ງຢູ່ທະເລກ່ອນກຳນົດເວລາ
ແຂວງບ່າເຣ້ຍ-ວູງເຕົ່າຈັດຕັ້ງການເລືອກຕັ້ງຢູ່ທະເລກ່ອນກຳນົດເວລາ
(ພາບປະກອບ: thanhnien)
(vovworld) - ວັນທີ 02/05, ຢູ່ຂົວທ່າກ່ຳປັ່ນກອງພົນນ້ອຍ 171, ທະຫານທະເລເຂດ 2, ນະຄອນ ວູງເຕົ່າ, ຜູ້ຕາງໜ້າການນຳກອງບັນຊາການທະຫານທະເລເຂດ 2 ໄດ້ຈັດພິທີມອບຮັບເອກະສານ, ວັດຖຸພັນໃຫ້ໜ່ວຍເລືອກຕັ້ງກ່ອນກຳນົດເວລາຢູ່ທະເລຈາກຄະນະກຳມະການເລືອກຕັ້ງນະຄອນ ວູງເຕົ່າ ແລະ ເລີ່ມປະຕິບັດການເລືອກຕັ້ງກ່ອນກຳນົດເວລາໃຫ້ບັນດາກຳລັງພວມປະຕິບັດໜ້າທີ່ຢູ່ເຂດໄຫຼ່ທະວີບທາງພາກໃຕ້ປະເທດຊາດ ແລະ ພໍ່ແມ່ຊາວປະມົງພວມຫາປາຢູ່ທະເລ. ໜ່ວຍເລືອກຕັ້ງຢູ່ທະເລຄາດວ່າຈະປະຕິບັດການເລືອກຕັ້ງຢູ່ 47 ບ່ອນ (ຈາກເຂດທະເລ ບິ່ງທ້ວນ ເຖິງ ເຂດທະເລກ່າເມົາ). ຄາດວ່າ, ຮອດວັນທີ 20/05, ຈະປະຕິບັດສຳເລັດການປ່ອນບັດເລືອກຕັ້ງ. ຮອດວັນທີ 22/05, ພາຍຫຼັງສິ້ນສຸດການເລືອກຕັ້ງ, ໜ່ວຍເລືອກຕັ້ງຈະດຳເນີນການນັບບັດຕາມຂໍ້ກຳນົດ ແລະ ລວບລວມໝາກຜົນການນັບບັດສົ່ງໃຫ້ຄະນະກຳມະການເລືອກຕັ້ງຂອງທ້ອງຖິ່ນ.