ແຂວງ​ຢາ​ລາຍ ກຽມ​ພ້ອມ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ

(VOVWORLD) -ແຂວງຢາລາຍແມ່ນສະຖານທີ່ມີຫຼາຍຊົນເຜົ່າດຳລົງຊີວິດ, ພໍ່ແມ່ປະຊາຊົນເຊື່ອຖືຕາມ 5 ສາສະໜາ. ເພາະສະນັ້ນ, ວຽກງານໂຄສະນາກ່ຽວກັບວັນເລືອກຕັ້ງໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກຄະນະສາສະໜາແຂວງ, ທ່ານ ຫງວຽນວັນໂນ ຮອງຫົວໜ້າຄະນະສາສະໜາ ແຂວງ ຢາລາຍ
ແຂວງ​ຢາ​ລາຍ ກຽມ​ພ້ອມ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ - ảnh 1ທ່ານ ຫງວຽນວັນໂນຮອງຫົວໜ້າຄະນະສາສະໜາ ແຂວງ ຢາລາຍຕອບສຳພາດຕໍ່ນັກຂ່າວ

ມາຮອດປັດຈຸບັນ, ແຂວງຢາລາຍໄດ້ສ້າງຕັ້ງ 3 ຄະນະເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ຕາມ 3 ຫົວໜ່ວຍເລືອກຕັ້ງ ໂດຍສະພາເລືອກຕັ້ງ ແຫ່ງຊາດກຳນົດ, ສ້າງ 21 ຄະນະເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ XII, 176 ຄະນະເລືອກຕັ້ງ ສະພາປະຊາຊົນຂັ້ນເມືອງ ແລະ 1367 ຄະນະເລືອກຕັ້ງສະພາປະຊາຊົນຂັ້ນຕາແສງ.

        ແຂວງຢາລາຍແມ່ນສະຖານທີ່ມີຫຼາຍຊົນເຜົ່າດຳລົງຊີວິດ, ພໍ່ແມ່ປະຊາຊົນເຊື່ອຖືຕາມ 5 ສາສະໜາ. ເພາະສະນັ້ນ, ວຽກງານໂຄສະນາກ່ຽວກັບວັນເລືອກຕັ້ງໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກຄະນະສາສະໜາແຂວງ, ທ່ານ ຫງວຽນວັນໂນ ຮອງຫົວໜ້າຄະນະສາສະໜາ ແຂວງ ຢາລາຍໃຫ້ຮູ້ວ່າ:

        ກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 2026, ພວກຂ້າພະເຈົ້າໄດ້ເຜີຍແຜ່ເນື້ອໃນເລືອກຕັ້ງໄປຍັງບັນດາຜູ້ມີຍົດສັກຕຳແໜ່ງ. ຜ່ານບັນດາຜູ້ມີຍົດສັກນັ້ນ ຈະເຜີຍແຜ່ໄປຍັງສາສະນິກະຊົນ ຂອງບັນດາສາສະໜາຢູ່ທ້ອງຖິ່ນ ເພື່ອເຮັດແນວໃດ ເຮັດໃຫ້ວັນເລືອກຕັ້ງ 23 ພຶດສະພາ 2021 ບັນດາສາສະນິກະຊົນໝົດທຸກຄົນຈະໄປໄຊ້ສິດ ແລະ ປະຕິບັດພັນທະຂອງຕົນເຂົ້າຮ່ວມການເລືອກຕັ້ງຢ່າງຖືກຕ້ອງຕາມກຳນົດຂອງກົດໝາຍຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ