ແຂວງອຽນບ້າຍສຸມກຳລັງພັດທະນາທ້ອງຖິ່ນ

ແຂວງອຽນບ້າຍສຸມກຳລັງພັດທະນາທ້ອງຖິ່ນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ

(vovworld)- ວັນ​ທີ 4/2, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ລົງ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ແຂວງ ອຽນ​ບ້າຍ ແນ​ໃສ່​ຊອກ​ຮູ້​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສົງ​ຄົມ​ຂອງ​ແຂວງ ກໍ​ຄື​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ບໍ​ລິ​ເວນ​ແຂວງ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ອຽນ​ບ້າຍ ແລະ ຄະ​ນະ​ຊີ້​ນຳ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ໃຫ້​ຄຳ​ຕັກ​ເຕືອນ​ວ່າ ແຂວງ​ອຽນ​ບ້າຍຄວນ​ສຸມ​ກຳ​ລັງ​ໃຫ້​ແກ່ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສົງ​ຄົມ​, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ກະ​ສິ​ກຳ​ປ່າ​ໄມ້. ແຂວງ​ອຽນ​ບ້າຍ ແລະ ບັນ​ດາ​ແຂວງ ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຄວນ​ຊອກ​ຫາ​ຮູບ​ແບບ​ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ກະ​ສີ​ກຳ​ປ່າ​ໄມ້​ໃຫ້​ເໝາະ​ສົມ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຊີ້​ແຈ້ງວ່າ : (ເທບ)

   “  ປະ​ຈຸ​ບັນ, ຢາກ​ຊອກ​ຫາ​ຮູບ​ແບບ​ຢູ່​ເຂດ​ພູ​ດອຍ​ທາງ​ທິດ​ເໜືອ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແມ່ນ​ຍັງ​ບໍ່​ທັນ​ເຫັນ​ແຈ້ງ. ດັ່ງ​ນັ້ນ​ຄວນ​ແຕ່ງ​ຕັ້ງ​ແຮງ​ງານ​ໜຸ່ມ​ຢູ່​ເຂດ​ຊົນ​ນະ​ບົດ​ໄປ​ຖອດ​ຖອນ​ບົດ​ຮຽນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ເພື່ອ​ສ້າງ​ບາດ​ກ້າວ​ກະ​ໂດດ​ຂັ້ນ ແລະ ທະ​ວີ​ຄູນ​ອອກ​ສູ່​ວົງ​ກ້​ວາງ. ປະ​ຈຸ​ບັນ, ຕ້ອງ​ນຳ​ວິ​ທະ​ຍາ​ສາດ​ເຂົ້າ​ນຳ​ໃຊ້ ເພື່ອ​ເຮັດ​ແນວ​ໃດ​ສ້າງ​ຮູບ​ແບບ​ໃໝ່​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”

ຂ່າວ/ບົດ​ອື່ນ