ແຂວງເຊີນລາ ຈັດງານ ໂຮມຊຸມນຸມສະເຫຼີມສະ ຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ

ແຂວງເຊີນລາ ຈັດງານ ໂຮມຊຸມນຸມສະເຫຼີມສະ ຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ - ảnh 1
( ພາບປະກອບ )

(vovworld) -     ວັນ​ທີ 19/8, ຢູ່​ແຂວງ​ເຊີນ​ລາ, ​ໄດ້​ຈັດງານ​ໂຮມ​ຊຸມ​ມຸນ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາຍພົວພັນ​ທາງ​ການ​ທູດຫວຽດນາມ - ລາວ; 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ຮ່ວມ​ມື​ຫວຽດນາມ - ລາວ. ​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມ​ມຸນ, ຝ່າຍ​ຫວຽດນາມ ມີທ່ານ​ນາງ​ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ Tong Thi Phong, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູງ​ກາງ, ບັນດາພະນັກງານ, ນັກຮົບ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ເຊີນລາ, ສ່ວນ​ຝ່າຍ​ລາວ​ ມີທ່ານ​ເອກອັກຄະ​ລັດຖະທູ​ດຜູ້​ມີ​ອຳນາດ​​ເຕັມ​ແຫ່ງ ສປປ ລາວ ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີນ ​ແລະ ຜູ້ຕາງໜ້າ​ການ​ນຳ 8 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ​. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ ​ແຂວງ ຫົວພັນ ຄຳ​ຮຸ່ງ​​ ເຮືອງວົງ​ສີ ​ໄດ້​ຢືນຢັນ​ສາຍ​ພົວພັນ​ຖາ​ຍອ້າຍ​ນ້ອງ​ທີ່​ສະໜິດ​ຕິດ​ພັນ​ມາ​ແຕ່​ດົນ​ນານ ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ປະຊາຊົນ​ສອງ​ແຂວງ​ຫົວພັນ ​ແລະ ​ເຊີນ​ລາ ​ເວົ້າ​ສະ​ເພາະ.  ທ່ານ ຄຳ​ຮຸ່ງ​​ ເຮືອງວົງ​ສີ ​ໄດ້​ເວົ້າ​ວ່າ.

“​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ໃຫ​້ປະຊາຊົນ​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ​ເວົ້າ​ລວມ ​ແລະ ​ແຂວງ​ຫົວພັນ ​ເວົ້າ​ສະ​ເພາະ ຂໍ​ສະ​ແດງຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ຈິ່ງ​ໃຈ, ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລີກ​ເຊິ່ງຕໍ່​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ເວົ້າ​ລວມ ​ແລະ ບັນດາ​ແຂວງ​​ແຮກ​ສ່ຽວ ​ແລະ ​ແຂວງ​ທີ່ມີ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ເຊີນ​ລາ ທີ່​ໄດ້​ສະຫງວນ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ, ມີ​ປະສິດທິ​ຜົນ​ໃຫ້​ແກ່​ແຂວງ​ຫົວພັນ ​ແລະ ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ ​ໃນ​ຕະຫຼອດ​ໄລຍະຜ່ານ​ມາ.”

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາງຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Tong Thi Phong ​ໄດ້​ຕີ​ລາຄາ​ສູງ​ຈິດ​ໃຈ​ຮ່ວມ​ມື​ລະຫວ່າງ​ແຂວງ​ເຊີນ​ລາ ​ແລະ ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ. ພ້ອມ​ກັນ​ນັ້ນ​ກໍ​ສະ​ເໜີ​ວ່າ ສອງ​ຝ່າຍ​ສືບ​ຕໍ່​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ໃຫ້​ຂຶ້ນ​ສູ່ລະດັບ​ສູງ​ໃໝ່​​ເທື່ອ​ລະບາດ​ກ້າວ.


ຂ່າວ/ບົດ​ອື່ນ