ແຂວງເທື່ອທຽນ-ເຫ້ວ ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມໃນໂອກາດບຸນເຕັດປີກຸນ2019ນັບລ້ານໆເທື່ອຄົນ

(VOVWORLD) -ຕາມພະແນກທ່ອງທ່ຽວ ແຂວງເທື່ອທຽນ - ເຫ້ວ, ໃນໂອກາດບຸນເຕັດປີກຸນ 2019, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ເຫ້ວ ຄາດວ່າ ບັນລຸ 230.000 ເທື່ອຄົນ, ໃນນັ້ນ ມີນັກທ່ອງທ່ຽວຕ່າງປະເທດກວ່າ 70.000 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2018. 

ແຂວງເທື່ອທຽນ-ເຫ້ວ ຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມໃນໂອກາດບຸນເຕັດປີກຸນ2019ນັບລ້ານໆເທື່ອຄົນ - ảnh 1ການເຄື່ອນໄຫວໃນໂອກາດບຸນເຕັດ ຢູ່ ເຫ້ວ

ພາບ:toquoc

ພິເສດ ແຕ່ວັນທີ 1-3 ບຸນເຕັດ (5-7 ກຸມພາ), ເຂດມໍລະດົກ ເຫ້ວ ຈະເປີດປະຕູໂດຍບໍ່ເກັບຄ່າເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວແມ່ນຊາວຫວຽດນາມ. ນະທີ່ນີ້ ສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫ້ວ ກໍ່ໄດ້ຈັດລາຍການຕ່າງໆເພື່ອຕ້ອນຮັບລະດູບານໃຫມ່ຄື: ການລະຫລິ້ນພື້ນເມືອງ, ເຊິດສິງໂຕ, ລາຍການສະແດງມວຍພື້ນເມືອງ…

ຕອບກັບ

ຂ່າວ/ບົດ​ອື່ນ