ແຄ໋ງຮ່ວາ ເບີດສາຍ ການບິນໂດຍກົງດຶງດູດນັກທ່ອງທ່ຽວລັດເຊຍ
(ພາບປະກອບ)
(vovworld) – ແຕ່ຕົ້ນປີ 2015, ສະໜາມບິນສາກົນ ກາມແຣງ, ແຂວງແຄ໋ງຮ່ວາ ຕ້ອນຮັບບັນດາຖ້ຽວບິນມາຈາກມົດສກູ, ສະຫະພັນລັດເຊຍ, ນຳສົ່ງນັກທ່ອງທ່ຽວມາຢ້ຽມຢາມ, ບຳລຸງສຸຂະພາບຢູ່ນະຄອນ ຍາຈາງ, ແຂວງແຄ໋ງຮ່ວາ ດ້ວຍ 5 ວັນ/1 ຖ້ຽວ. ນີ້ແມ່ນບັນດາຖ້ຽວບິນໂດຍບໍລິສັດການຄ້າທ່ອງທ່ຽວ Anex ຢູ່ນະຄອນ ຍາຈາງເຊົ່າ. ຖ້ຽວບິນທຳອິດໄດ້ບິນຮອດສະໜາມບິນສາກົນ ກາມແຣງ ໃນວັນທີ 01/02 ນຳສົ່ງນັກທ່ອງທ່ຽວລັດເຊຍ 336 ຄົນ. ໃນປີ 2014, ແຂວງແຄ໋ງຮ່ວາ ສືບຕໍ່ນຳໜ້າທົ່ວປະເທດກ່ຽວກັບການຂຸດຄົ້ນຕະຫຼາດລັດເຊຍ ດ້ວຍນັກທ່ອງທ່ຽວເກືອບ 270.000 ເທື່ອຄົນ, ກວມເອົາ ¼ ຈຳນວນນັກທ່ອງທ່ຽວສາກົນມາທ້ອງຖິ່ນດັ່ງກ່າວ, ເພີ່ມຂຶ້ນ ½ ເມື່ອທຽບໃສ່ປີ 2013. ເລື່ອງເປີດສາຍການບິນໂດຍກົງຈາກມົດສກູ ເຖິງແຂວງແຄ໋ງຮ່ວາ ແມ່ນເພື່ອແນໃສ່ຮັກສາລະດັບເຕີບໂຕຈຳນວນນັກທ່ອງທ່ຽວລັດເຊຍ ທີ່ມາທ່ອງທ່ຽວຢູ່ທ້ອງຖິ່ນ. ຄາດວ່າ, ເມື່ອເປີດສາຍການບິນດັ່ງກ່າວ, ແຄ໋ງຮ່ວາ ຈະຕ້ອນຮັບນັກທ່ອງທ່ຽວຕື່ມອີກ 2.000 ເທື່ອຄົນ/ເດືອນ.