ແງ່ຫວັງການພັດທະນາເສດຖະກິດຫວຽດນາມແລະບົດບາດຂອງລັດຖະບານສ້າງສັນ

(vovworld)- ຕອນ​ເຊົ້າ​ວັນ​ທີ 16/3 ຢູ່ ຮ່​າ​ໂນ້ຍ, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ສົ​ມ​ທົບ​ກັບ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ ວິ​ທະ​ຍາ​ສາດ “ແງ່​ຫວັງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ ແລະ ບົດ​ບາດ​ຂອງ​ລັດ​ຖະ​ບານ​ສ້າງ​ສັນ​ໃນ​ການ​ສ້າງ​ສຳ​ເລັດ​ລະ​ບອບ​ລະ​ບຽບ​ການ ແລະ ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ບັນ​ດາ​ຜູ​້​ແທນ​ໄດ້​ຮັບ​ຮູ້​ວ່າ: ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕ​ີບ​ໂຕ​ແມ່ນ​ຫນ້າ​ທີ່​ຂອງ​ທັງ​ໄລ​ຍະ 2016-202 ແລະ ສ້າງ​ລັດ​ແຫ່ງ​ການ​ສ້​າງ​ສັນ ແມ່ນ​ຂອດ​ບຸກ​ທະ​ລຸ​ເພື່ອ​ປະ​ຕິ​ບັດ. ໃນ​ປີ​ຜ່ານ​ມາ, ຫວຽດ​ນາມ ບັນ​ລຸ​ໄດ້​ບາງ​ໝາກ​ຜົນ, ເປັນ​ຕົ້ນ​ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ຕິດ​ພັ​ນ​ກັບ​ຮູບ​ແບບ​ການ​ເຕີບ​ໂຕ ແລະ​ຖື​ການ​ສ້າງ​ລັດ​ສ້າງ​ສັນ​ແມ່ນ​ຖ​ະ​ແຫລງ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ.

ຂ່າວ/ບົດ​ອື່ນ