ແງ່ຫວັງເສດຖະກິດ ຫວຽດນາມ: ຕັ້ງໜ້າໃນໄລຍະກາງ ແລະ ຍາວ

(VOVWORLD) -  ຜົນສຳເລັດໃນການຮັບມືກັບໂລກລະບາດໂຄວິດ-19, ຫວຽດນາມ ໄດ້ສ້າງກຳລັງໜູນ, ສ້າງພື້ນຖານໝັ້ນຄົງ, ຫັນບັນດາເປົ້າໝາຍໄລຍະກາງ, ຍາວຂອງປະເທດໃຫ້ປະກົດຜົນເປັນຈິງ
ແງ່ຫວັງເສດຖະກິດ ຫວຽດນາມ: ຕັ້ງໜ້າໃນໄລຍະກາງ ແລະ ຍາວ - ảnh 1 ພາບ: tapchitaichinh.vn

  ອົງການຈັດລະດັບຄວາມເຊື່ອໝັ້ນສາກົນ  Moodys ໄດ້ປະກາດກ່ຽວກັບເລື່ອງຈັດລະດັບຄວາມເຊື່ອໝັ້ນແຫ່ງຊາດຂອງ ຫວຽດນາມ ຄືເກົ່າຢູ່ລະດັບ 3 ສຳລັບບັນດາບ້ວງຈຳໜ່າຍດ້ວຍສະກູນເງິນພາຍໃນປະເທດ ແລະ ສະກູນເງິນຕ່າງປະເທດ ແລະ ບັນດາບ້ວງເງິນກູ້ຢືມບໍ່ໄດ້ຮັບປະກັນ. ພ້ອມທັງ, ອົງການ  Moodys ກໍ່ດັດປັບການເພີ່ມແງ່ຫວັງຂຶ້ນລະດັບຕັ້ງໜ້າ. ທ່ານ ຫງວຽນຈີ໊ຮ໊ຽວ, ນັກຊ່ຽວຊານດ້ານການເງິນທະນາຄານ ໃຫ້ຂໍ້ສັງເກດວ່າ:

        “ສຳລັບແງ່ຫວັງແມ່ນ ຫວຽດນາມ ສາມາດຟື້ນຟູພື້ນຖານເສດຖະກິດຢ່າງວ່ອງໄວກ່ວາ ເມື່ອທຽບໃສ່ກັບບັນດາປະເທດອື່ນ ເລື່ອງ Moodys ຍົກແງ່ຫວັງຂຶ້ນແມ່ນສິ່ງເປັນໄປໄດ້. ເຖິງຢ່າງໃດກໍ່ຕາມ, ການຈັດລະດັບຄວາມເຊື່ອໝັ້ນຂອງ ຫວຽດນາມ ຍັງຢູ່ລະດັບຕ່ຳ, ຕ້ອງຊອກຫາວິທີຫລຸດພົ້ນອອກຈາກ, ເພື່ອຖືກຈັດໃນກຸ່ມໄດ້ຮັບການສົ່ງເສີມລົງທຶນ. ທີສອງແມ່ນ ລັດຖະບານປະສົບຜົນສຳເລັດ ໃນບັນຫາຮັກສາພື້ນຖານເສດຖະກິດໃນໄລຍະຜ່ານມາ.

        ຜົນສຳເລັດໃນການຮັບມືກັບໂລກລະບາດໂຄວິດ-19, ຫວຽດນາມ ໄດ້ສ້າງກຳລັງໜູນ, ສ້າງພື້ນຖານໝັ້ນຄົງ, ຫັນບັນດາເປົ້າໝາຍໄລຍະກາງ, ຍາວຂອງປະເທດໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ