ແງ່​ຫວັງ​ໃໝ່​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ໃນ​ຂົງ​ເຂດ​ກວດ​ສອບ ລະ​ຫວ່າງ ຫວຽດ​ນາມ - ຊູ​ແອັດ

(VOVWORLD) -  ໃນລະຫວ່າງວັນທີ 30 – 31 ມັງກອນ ຢູ່ Stockholm, ຄະນະອົງການກວດສອບແຫ່ງລັດ  ຫວຽດນາມ ໂດຍທ່ານຮອງປະທານອົງການກວດສອບແຫ່ງລັດ ຫວຽດນາມ ບຸ່ຍກວັກຢຸງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອດແຫ່ງຊາດ ຊູແອັດ. 
ແງ່​ຫວັງ​ໃໝ່​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ໃນ​ຂົງ​ເຂດ​ກວດ​ສອບ ລະ​ຫວ່າງ ຫວຽດ​ນາມ - ຊູ​ແອັດ - ảnh 1ທ່ານຮອງປະທານອົງການກວດສອບແຫ່ງລັດ ຫວຽດນາມ ບຸ່ຍກວັກຢຸງ ແລະ ທ່ານນາງຮອງປະທານອົງການກວດສອບແຫ່ງຊາດ ຊູແອັດ, Claudia Gardberg Morner (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກກັບອົງການກວດສອບແຫ່ງຊາດ ຊູແອັດ, ທ່ານຮອງປະທານອົງການກວດສອບແຫ່ງລັດ ຫວຽດນາມ ບຸ່ຍກວັກຢຸງ ສະເໜີໃຫ້ສອງອົງການກວດສອບ ເພີ່ມທະວີການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການໃນໄລຍະຈະມາເຖິງ ຫຼາຍກວ່າອີກ; ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືສອງຝ່າຍ; ພ້ອມທັງປາດຖະໜາວ່າ ອົງການກວດສອບແຫ່ງລັດ ຫວຽດນາມ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ, ຮ່ວມມືຈາກອົງການກວດສອບແຫ່ງຊາດ ຊູແອັດ ໃນບັນດາເວທີປາໄສຫຼາຍຝ່າຍ.

        ສ່ວນທ່ານນາງຮອງປະທານອົງການກວດສອບແຫ່ງຊາດ ຊູແອັດ, Claudia Gardberg Morner ຢັ້ງຢືນວ່າ ພ້ອມແລ້ວທີ່ຈະແບ່ງປັນວິຊາສະເພາະ ແລະ ການໜູນຊ່ວຍບຳລຸງສ້າງກ່ຽວກັບດ້ານເຕັກນິກ ໃຫ້ແກ່ອົງການກວດສອບແຫ່ງລັດ ຫວຽດນາມ.

        ໃນຂອບເຂດລາຍການເຮັດວຽກ, ຄະນະປະຕິບັດງານອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບແຫ່ງຊາດ ຊູແອັດ ໄດ້ຈັດການໂອ້ລົມສົນທະນາ, ແບ່ງປັນບົດຮຽນປະສົບການກ່ຽວກັບການປະຕິບັດບັນດາມາດຕະຖານດ້ານກວດສອບສາກົນ ແລະ ການເຄື່ອນໄຫວກວດສອບໃນຂົງເຂດສິ່ງແວດລ້ອມ; ຄະນະອົງການກວດສອບແຫ່ງລັດ ຫວຽດນາມ ກໍໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ຊູແອັດ.

ຕອບກັບ

ຂ່າວ/ບົດ​ອື່ນ