ແນະນຳກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາເຖິງບັນດາອົງການການທູດ

(VOVWORLD) - ຄະນະສາສະໜາລັດຖະບານ ໄດ້ຈັດຕັ້ງກອງປະຊຸມແນະນຳກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ແລະ ດຳລັດຂອງລັດຖະບານ ກຳນົດລະອຽດບາງມາດຕາ
ແນະນຳກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາເຖິງບັນດາອົງການການທູດ - ảnh 1 ກອງປະຊຸມແນະນຳກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ

ຕອນເຊົ້າວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະສາສະໜາລັດຖະບານ ໄດ້ຈັດຕັ້ງກອງປະຊຸມແນະນຳກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ແລະ ດຳລັດຂອງລັດຖະບານ ກຳນົດລະອຽດບາງມາດຕາ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ເຖິງບັນດາອົງການການທູດຂອງປະເທດຕ່າງໆທີ່ມີສຳນັກງານຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາກະຊວງ, ຄະນະ, ຂະແໜງການກ່ຽວຂ້ອງ.

        ທີ່ກອງປະຊຸມ, ທ່ານ ຫງວຽນຈຽນຖັງ, ຫົວໜ້າຄະນະສາສະໜາລັດຖະບານ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາເນື້ອໃນໄດ້ແນະນຳຈະຕອບສະໜອງຄວາມຕ້ອງການໃນວຽກງານຊອກຫາສະພາບການດ້ານສາສະໜາຢູ່ ຫວຽດນາມ. ແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງ ຫວຽດນາມ ກ່ຽວກັບການເຫຼື້ອມໃສສາສະໜາເພື່ອຈາກນັ້ນນຳໃຊ້ບັນດາຂໍ້ກຳນົດນີ້ໃຫ້ຕົນເອງ, ເພື່ອນຮ່ວມງານ ແລະ ຍາດຕິພີ່ນ້ອງພວມອາໄສຢູ່ ຫວຽດນາມ. ພິເສດແມ່ນພາຍຫຼັງກອງປະຊຸມນີ້, ຫວັງວ່າ ພວກເພື່ອນຈະແມ່ນຜູ້ແນະນຳບໍ່ພຽງແຕ່ປະເທດຊາດ, ຊາວ ຫວຽດນາມ, ສະພາບການດ້ານສາສະໜາຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງແນະນຳໃຫ້ເພື່ອນມິດສາກົນບັນດາແຜນນະໂຍບາຍກົດໝາຍທີ່ຖືກຕ້ອງ ກ່ຽວກັບການເຫຼື້ອມໃສສາສະໜາຢູ່ ຫວຽດນາມ ອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ