ແນະນຳປຶ້ມກ່ຽວກັບວັດ ທະນະທຳແລະປະຫວັດ ສາດຫວຽດນາມຢູ່ອີຕາລີ


ແນະນຳປຶ້ມກ່ຽວກັບວັດ ທະນະທຳແລະປະຫວັດ ສາດຫວຽດນາມຢູ່ອີຕາລີ - ảnh 1

(ພາບ: NXB Obarrao)

(vovworld)- ​ ​ວັນ​ທີ 20/12, ຢູ່​ນະຄອນຫຼວງ​ໂຣມ ປະ​ເທດ​ອີ​ຕາ​ລີ, ​ໄດ້​ຈັດ​ໃຫ້​ມີ​ພິທີ​ແນະນຳ​ຕໍ່​ຜູ້​ອ່ານປຶ້ມທີ່​ມີ​ຫົວ​ຂໍ້: “ຫວຽດນາມ: ສິ່ງ​ມະຫັດສະຈັນ ​ແລະ ບັນດາ​ເລື່ອງ​ລາວ“ ດ້ວຍ​ພາສາ​ອີ​ຕາ​ລີ ຂອງທ່ານ​ Alessandra Chiricosta ​ແລະ Maurizio Gatti. ​ໂດຍ​ມີ​ການເຂົ້າຮ່ວມຂອງຜູ້​ອ່ານ​ອີ​ຕາ​ລີ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ໂຣມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ປຶ້ມ​ຫົວ​ນີ້​ໄດ້​ຮວບ​ຮວມ​ບັນດາ​​ເທບ​ນິຍາຍ, ​ເລື່ອງ​ນິທານ ​ແລະ ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ຕົ້ນກຳ​ເນີ​ດ ​ແລະ ຕົວ​ລະຄອນ​ປະຫວັດສາດ​ຂອງ​ຫວຽດນາມ ​ໂດຍ​ຜູ້​​ແຕ່ງ​ໄດ້​ຮຽບຮຽງ ​ແລະ ​ແປ​ຈາກ​ພາສາ​ຫວຽດນາມ​ຄື: ​ຕົ້ນກຳ​​ເນີ​ດກ່ຽວ​ກັບລູກ​ຫຼານ​ມັງກອນ, ລາກ​ລອງ​ກວນ, ຈຶ້ດົ່ງ​ຕື້, ​ຕົ້ນກຳ​ເນີ​ດຂອງການ​ກໍ່ສ້າງ​ກຳ​ແພງ​ທັງ​ລອງ ​ແລະ ບັນດາ​ຕົວ​ລະຄອນ​ປະຫວັດສາດ​ຄື: ສອງ​ພະນາ​ງຈຶງ ​ແລະ ຄຳ​ພະ​ຫຍາສຸພາສິດ, ​ເລື່ອງ​ນິທານພື້ນ​ເມືອງ​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ. ຕາມ​ບັນດາ​ຜູ້​​ແຕ່ງ​ແລ້ວ, ຈຸດປະສົງ​ຂອງ​ປຶ້ມ​ຫົວ​ດັ່ງກ່າວ ​ແມ່ນ​​ເພື່ອ​ແນ​ໃສ່​ແນະນຳ​ກັບ​ຜູ້​ອ່ານ​ອີ​ຕາ​ລີ ບັນດາ​ຈຸດ​ວັດທະນະທຳ​ອັນ​ດີງາມ​ຂອງ​ຫວຽດນາມ ຜ່ານ​ເທບ​ນິຍາຍ ​ແລະ ບັນດາຕົ້ນກຳ​ເນີ​ດປະຫວັດສາດ​ທີ່​ເປັນ​​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ​ໃນ​ນັ້ນ, ສະ​ແດງ​ໃຫ້​ເຫັນ​ວິທີ​ຮັບ​ຮູ້​ໂລກ​ຂອງ​ຊາວ​ຫວຽດນາມ ກໍ່​ຄື​ສ້າງ​ຄຸນ​ລັກສະນະ ​ແລະ ສີສັນ​ວັດທະນະທຳ​ຫວຽ​ດນາມ./.

ຂ່າວ/ບົດ​ອື່ນ