ແນະນຳເອກະສານເກັບຮັກສາແຫ່ງຊາດກ່ຽວກັບບັ້ນຮົບ ດ້ຽນບຽນຝູ ແລະ ກອງປະຊຸມ ເຊີແນວ

(VOVWORLD) - ເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ ໄດ້ແນະນຳໃນຄັ້ງນີ້ແມ່ນສ່ອງແສງຫາງສຽງ ແລະ ນ້ຳໃຈຂອງເພື່ອນມິດສາກົນກ່ຽວກັບບັ້ນຮົບ ດ້ຽນບຽນຝູ
ແນະນຳເອກະສານເກັບຮັກສາແຫ່ງຊາດກ່ຽວກັບບັ້ນຮົບ ດ້ຽນບຽນຝູ ແລະ ກອງປະຊຸມ ເຊີແນວ - ảnh 1(ກອງປະຊຸມຖະແຫຼງຂ່າວແນະນຳເຫດການ)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2024) ແລະ 70 ປີແຫ່ງວັນສັນສົນທິສັນຍາ ເຊີແນວ (20 ກໍລະກົດ 1954 – 20 ກໍລະກົດ 2024). ຕອນເຊົ້າວັນທີ 05 ເມສາ, ຢູ່ ຮ່າໂນ້ຍ, ສູນເກັບຮັກສາແຫ່ງຊາດ III ໄດ້ແນະນຳເອກະສານເກັບຮັກສາລະດັບຊາດກ່ຽວກັບບັ້ນຮົບ ດ້ຽນບຽນຝູ ແລະ ກອງປະຊຸມ ເຊີແນວ 1954.

        ເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ ໄດ້ແນະນຳໃນຄັ້ງນີ້ແມ່ນສ່ອງແສງຫາງສຽງ ແລະ ນ້ຳໃຈຂອງເພື່ອນມິດສາກົນກ່ຽວກັບບັ້ນຮົບ ດ້ຽນບຽນຝູ; ວຽກງານພະລາທິການຂອງບັ້ນຮົບ, ນະໂຍບາຍຂອງລັດຖະບານປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ຕໍ່ບັນດາທະຫານເຈັບປ່ວຍ ແລະ ທະຫານຍອມຈຳນົນ; ເອກະສານກ່ຽວກັບຈິດໃຈປະເອີບໃຈໃນການຕໍ່ສູ້ ແລະ ຮັບໃຊ້ການຕໍ່ສູ້ຂອງທະຫານ ແລະ ປະຊາຊົນ ຫວຽດນາມ ໃນບັ້ນຮົບ ດ້ຽນບຽນຝູ… ທ່ານນາງ ເຈິ່ງຫວຽດຮວາ, ຫົວໜ້າສູນເກັບຮັກສາແຫ່ງຊາດ III, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ແນະນຳບັນດາເອກະສານເລີ່ມຈາກການເປີດບັ້ນຮົບ ດ້ຽນບຽນຝູ, ໃນນັ້ນ, ມີບັນດາເອກະສານທີ່ເກັບຮັກສາຂອງ ຫວຽດນາມ, ກໍຄືຂອງຕ່າງປະເທດ. ບັນດາສຳເນົາເອກະສານ, ເອກະສານທີ່ໄດ້ເກັບຮັກສາຢູ່ສູນເກັບຮັກສາແຫ່ງຊາດ III ໄດ້ເຕົ້າໂຮມຈາກລັດຖະບານ, ກະຊວງ, ຄະນະ, ຂະແໜງການ, ອົງການແຫ່ງລັດ, ສື່ມວນຊົນ, ພິເສດແມ່ນບັນດາພະຍານຫຼັກຖານປະຫວັດສາດ, ກໍຄືບັນດາອົງການເກັບຮັກສາຕ່າງປະເທດ, ຄື: ຝລັ່ງ, ລັດເຊຍ”.

        ປະຈຸບັນ, ສູນເກັບຮັກສາແຫ່ງຊາດ III ພວມສົມທົບກັບຝ່າຍ ຝລັ່ງ ຈັດງານວາງສະແດງ “ການພົວພັນ ຫວຽດນາມ - ຝລັ່ງ: ຈາກ ດ້ຽນບຽນຝູ ຕະຫຼອດຮອດຄູ່ຮ່ວມມືຍຸດທະສາດ”.

ຕອບກັບ

ຂ່າວ/ບົດ​ອື່ນ