ແຜ່​ຂະ​ຫຍາຍ​ວັດ​ທະ​ນະ​ທຳ ​ແລະ ​ນ້ຳ​ໃຈ​ຮັກ​ແພງ ຫວຽດ​ນາມ ບົນ​ດິນ​ແດນ​ປະ​ເທດລາວ

(VOVWORLD) - ຄະນະຜູ້ແທນຄູສອນ ແລະ ນັກຮຽນດີເດັ່ນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ກໍ່ໄດ້ໄປສຸສານປະທານໂຮ່ຈີມິນ, ເຂດຮ່ອງຮອຍປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ, ວັນມຽວ - ກວັກຕືຢາມ.

ຕອນບ່າຍວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຮ່ວາງກົງຖຸຍ ໄດ້ພົບປະກັບຄະນະຜູ້ແທນຄູສອນ ແລະ ນັກຮຽນ ດີເດັ່ນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ລາວ), ເນື່ອງໃນໂອກາດຄະນະມາຢ້ຽມຢາມ ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານ ຮ່ວາງກົງຖຸຍ ປາດຖະໜາກວ່າ ບັນດາຄູອາຈານ ແລະ ນັກຮຽນດີເດັ່ນຂອງ ໂຮງຮຽນ ຈະສືບຕໍ່ຖ່າຍທອດ, ສຶກສານັກສຶກສາລຸ້ນຕ່າງໆຂອງໂຮງຮຽນກ່ຽວກັບມູນເຊື້ອວັດທະນະທຳ, ປະຫວັດສາດຂອງປະເທດຊາດ ຫວຽດນາມວິລະຊົນ, ເຜີຍແຜ່ໂຄສະນາວັດທະນະທຳ, ປະຫວັດສາດຂອງປະເທດຊາດ ແລະ ຊາວຫວຽດນາມ, ຮັກສາສີສັນວັດທະນະທຳຊາດ, ເອົາໃຈໃສ່ເປັນພິເສດເຖິງການອະນຸລັກຮັກສາວັດທະນະທຳ ແລະ ພາສາ ຫວຽດນາມໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.

ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຄູສອນ ແລະ ນັກຮຽນດີເດັ່ນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ກໍ່ໄດ້ໄປສຸສານປະທານໂຮ່ຈີມິນ, ເຂດຮ່ອງຮອຍປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ, ວັນມຽວ - ກວັກຕືຢາມ.

ຕອບກັບ

ຂ່າວ/ບົດ​ອື່ນ