ແຜ່ຂະຫຍາຍແບບຢ່າງຮ່ຳຮຽນ,ປະຕິບັດຕາມແນວຄິດ,ຄຸນສົມບັດ,ແບບແຜນດຳລົງຊີວິດຂອງປະທານໂຮ່ຈິມິນ

ແຜ່ຂະຫຍາຍແບບຢ່າງຮ່ຳຮຽນ,ປະຕິບັດຕາມແນວຄິດ,ຄຸນສົມບັດ,ແບບແຜນດຳລົງຊີວິດຂອງປະທານໂຮ່ຈິມິນ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ
​ພົບ​ປະ​ກັບ​ຜູ້​ແທນ​ເຊິ່ງ​ແມ່ນ​ຊາວ​ໜຸ່​ມ​ດີ​ເດັ່ນ 100 ຄົນ)

(vovworld) - ຕອນ​ເຊົ້າ​ວັ​ນ​ທີ 08/09, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ແທນ​ເຊິ່ງ​ແມ່ນ​ຊາວ​ໜຸ່​ມ​ດີ​ເດັ່ນ 100 ຄົນ ຂອງກ​ຳ​ລັງ​ກອງ​ທັບ, ຕຳ​ຫຼວດ​ປະ​ຊາ​ຊົນ ໃນ​ການ​ຮໍ່​່າ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ໄລ​ຍ​ະ 2012 – 2015. ນີ້​ແມ່ນ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ເຂົ້າ​ຮ່ວ​ມ​ການ​ສະ​ຫຼຸບລາຍ​ການ​ສົມ​ທົບ​ກັນລະ​ຫວ່າງ​ຊາວ​ໜຸ່ມ​ຕຳ​ຫຼວດ ແລະ ຊາວ​ໜຸ່ມ​ກອງ​ທັບ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍການ​ຍູ້​ແຮງການປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນໄລ​ຍະ 2012 – 2015; ລົງ​ນາມ​ໃນ​ໂຄງ​ການ​ສົມ​ທົບ​ກັນ​ໄລ​ຍະ 2016 – 2021 ກ່ຽວ​ກັບການ​ຮ່ຳ​ຮຽນ, ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເນັ້ນ​ນັກ​ວ່າ, ບັນ​ດ​າ​ແບບ​ຢ່າງເຊິ່ງ​ແມ່ນ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່​ມ, ຊາວ​ໜຸ່ມກອງ​ທັບ, ຕ​ຳ​ຫຼວດ​ດີ​ເດັ່ນ ​ພ້​ອມ​ກັບຊາວ​ໜຸ່ມ​ກອງ​ທັບ, ຕຳ​ຫຼວດ​ນັບ​ໝື່ນ​ຄົນໄດ້​ ແລະ ພວມຍົກ​ສູງ​ຄວາມ​ອົງ​ອາດ​ກ້າ​ຫານ, ຄຸນ​ສົມ​ບັດ​ປະ​ຕິ​ວັດ, ຈິດ​ໃຈ​ເກັ່ງ​ກ້າ​ສາ​ມາດ… ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕ່​ໍ​ສ​ູ້, ປົກ​ປັ​ກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ໂຮມ​ປະ​ເທດ​ຊາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.

     “ຂະ​ພະ​ເຂົ້າ​ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕັ້​ງ​ຊາວ​ໜຸ່ມ, ບັນ​ດາ​ອົງ​ການ​ສື່​ມວນ​ຊົນ ຄວນ​ຍູ້​ແຮງການ​ໂຄ​ສະ​ນາ, ​​ເຜີຍແຜ່​​​ແບບ​ຢ່າງ​ດີິ​ເດັ່ນຢ່າງກວ້າງ​ຂວ​າງ. ກ່ອນ​ອື່ນ​ໝົດ​ແມ່ນ​​ບັນ​ດາ​ແບບ​ຢ່າງ​ດີເດັ່ນ​ໃນ​ກອງ​ທັບ​ປະ​ຊາ​ຊົນ, ຕ​ຳ​ຫຼວດ​ປະ​ຊາ​ຊົນ. ເຮັດ​ແນວ​ໃດ​ເພື່ອ​​ແຜ່​ຂະ​ຫຍາຍ​ແບບ​ຢ່າງ​ດີ​ເດັ່ນໃນ​ກຳ​ລັງ​ຊາວ​ໜຸ່ມກອງ​ທັບ, ຊາວ​ໜຸ່ມ​ຕຳ​ຫຼວດ ແລະ ທົ່ວ​ສັງ​ຄົມຢ່າງ​ແຮງ. ຜ່ານນັ້ນ​​ເອົາ​ສິ່ງ​ທີ່​ດີ, ຍູ້​ໃຫ້​ບັນ​ດາສິ່ງຊົ່ວ​ຮ້າຍ, ຫຍໍ້​ທໍ້​ໃຫ້​ຖອຍ​ໄປ ​ເຮັດ​​ໃຫ້​ສັງ​ຄົມ​ຂອ​ງ​ພວກ​ເຮົານັບ​ມື້​ນັບ​ດີ​ງາມກວ່າ.”

      ທ່ານ​ປະ​ທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ, ຊາວ​ໜຸ່ມກອງ​ທັບ, ຕ​ຳ​ຫຼວດ​ປະ​ຊາ​ຊົນ ຈະ​ສືບ​ຕໍ່ສ້າງ​ຜົນງານ​ຫຼາຍ​ຢ່າງ, ​ສ້າງ​ຜົນ​ງານ​ອັນ​ໃຫຍ່ຫຼວງກວ່າ​ອີກ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນ​າ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ