ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກແລະລັດຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບອີຢູ
(ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ
ຫົວໜ້າຄະນະຜູ້ແທນສະຫະພາບເອີລົບປະຈຳຫວຽດນາມ)
(vovworld) - ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບອີຢູ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນຄືດັ່ງກ່າວທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນສະຫະພາບເອີລົບ(ອີຢູ) ປະຈຳຫວຽດນາມ Franz Jedden ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດ, ໃນວັນທີ 13/8, ຢູ່ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງການພັດທະນາຢ່າງຮອບດ້ານຂອງການພົວພັນຫວຽດນາມ - ອີຢູ ໃນ 25 ປີຜ່ານມາ, ນັບແຕ່ສ້າງຕັ້ງການພົວພັນທາງການທູດ. ທ່ານຫວັງວ່າ, ສອງຝ່າຍເພີ່ມທະວີການຄົ້ນຄ້ວາກວ່າອີກ ເພື່ອສະເໜີ ແລະ ຜັນຂະຫຍາຍບັນດາມາດຕະການ ແລະ ຮູບການຮ່ວມມື ເພື່ອທັງຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ, ທັງປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືທຸກດ້ານພັດທະນາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍເລື່ອງທັງສອງຝ່າຍ ຫາກໍ່ສິ້ນສຸດການເຈລະຈາສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA); ສະເໜີອີຢູຍູ້ແຮງວິວັດການໃຫ້ສັດຕະຍາບັນ ແລະ ຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື, ຮ່ວມມືຮອບດ້ານ (PAC) ເຊິ່ງທັງສອງຝ່າຍໄດ້ລົງນາມເມື່ອເດືອນ 6/2012; ແລະ ພ້ອມກັບຫວຽດນາມລົງນາມໃນເອກະສານ EVFTA ໂດຍໄວ; ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຕີລາຄາສູງການສະໜັບສະໜູນຢ່າງຕັ້ງໜ້າຂອງອີຢູ ທີ່ມີຕໍ່ຫຼັກໝັ້ນຂອງອາຊຽນ, ໃນນັ້ນມີຫວຽດນາມ, ກ່ຽວກັບບັນຫາທະເລຕາເວັນອອກ; ສະເໜີສອງຝ່າຍຮ່ວມມືຢ່າງແໜ້ນແຟ້ນກວ່າອີກຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ສ່ວນທ່ານ Franz Jedden ກໍ່ຖືວ່າ, ການພົວພັນຫວຽດນາມ - ອີຢູ ພວມໃນໄລຍະພັດທະນາດີທີ່ສຸດ; ແລະ ເນັ້ນໜັກວ່າ ອີຢູ ຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມາສິດສຳຄັນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານກໍ່ໃຫ້ຮູ້ວ່າ, ອີຢູເອົາໃຈໃສ່ທີ່ສຸດເຖິງການຜັນແປຕ່າງໆໃນໄລຍະຜ່ານມາຢູ່ທະເລຕາເວັນອອກ ແລະ ສະໜັບສະໜູນແຜນນະໂຍບາຍແກ້ໄຂກນຂັດແຍ້ງດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານກົດໝາຍສາກົນ. ທ່ານຢືນຢັນວ່າ, ເຖິງວ່າຈະຢູ່ໃນຖານະຕຳແໜ່ງໃດ, ທ່ານກໍ່ສືບຕໍ່ປະກອບສ່ວນໃຫ້ການພົວພັນລະຫວ່າງຫວຽດນາມ - ອີຢູ ໃຫ້ນັບມື້ນັບດີງາມ ແລະ ມີປະສິດທິຜົນ