ແຟງ​ລັງ ຕົກ​ລົງ​ເຂົ້າ​ເປັນ​ສະ​ມາ​ຊິກ​ NATO ຢ່າງ​ເປັນ​ທາງ​ການ

(VOVWORLD) -ແຟງລັງ ໄດ້ປະກາດຢ່າງເປັນທາງການກ່ຽວກັບການຕົກລົງເຂົ້າເປັນສະມາຊິກ NATO, ລັດຖະບານປະເທດນີ້ໃຫ້ຮູ້ໃນວັນທີ 15 ພຶດສະພາ.  ໃນກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນວັນທີ 15 ພຶດສະພາ, ທ່ານປະທານາທິບໍດີ ແຟງລັງ Sauli Niinistö ແລະ ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບ “ແຟງລັງຈະສົ່ງໃບຄຳຮ້ອງຂໍເຂົ້າເປັນສະມາຊິກ NATO”.
ແຟງ​ລັງ ຕົກ​ລົງ​ເຂົ້າ​ເປັນ​ສະ​ມາ​ຊິກ​ NATO ຢ່າງ​ເປັນ​ທາງ​ການ - ảnh 1ທຸງອົງການ NATO (ພາບ: Getty Images)

ບົດລາຍງານກ່ຽວກັບຂັ້ນຕອນເຂົ້າເປັນສະມາຊິກ NATO ຕາມແຜນການຂອງ ແຟງລັງ ຈະໄດ້ສົ່ງເຖິງສະພາແຫ່ງຊາດແຟງລັງ ເມື່ອເອກະສານນີ້ ໄດ້ຮັບການຮັບຮອງຢູ່ກອງປະຊຸມຄົບຄະນະຂອງລັດຖະບານ.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ແຟງລັງ ໃຫ້ຂໍ້ສັງເກດວ່າ, ການເຂົ້າເປັນສະມາຊິກ NATO ເປັນທີ່ຈະແຈ້ງແລ້ວວ່າ “ຈະເພີ່ມທະວີ” ຄວາມໝັ້ນຄົງແຫ່ງຊາດຂອງ ແຟງລັງ. ຖ້າຫາກແຟງລັງເຂົ້າເປັນສະມາຊິກ NATO , ປະເທດນີ້ຈະຢຸດຕິນະໂຍບາຍເປັນກາງໃນຫຼາຍທົດສະວັດຜ່ານມາ. ແຟງລັງໃຫ້ຮູ້ວ່າ ການຕົກລົງນີ້ໄດ້ຍົກອອກມາເພື່ອແນໃສ່ສະແດງມີປະຕິກິລິຍາຕໍ່ບັ້ນການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ