ແມັກຊີໂກ ໃຫ້ສັດຕະຍາບັນສັນຍາ CPTPP

(VOVWORLD) - ເລື່ອງລົງນາມໃນສັນຍາ CPTPP ແມ່ນນອນໃນຍຸດທະສາດຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ເປີດກ້ວາງ ...

ແມັກຊີໂກ ໃຫ້ສັດຕະຍາບັນສັນຍາ CPTPP - ảnh 1 ຜູ້ຕາງໜ້າປະເທດຕ່າງໆລົງນາມສັນຍາ CPTPP ເມື່ອວັນທີ 8/3

(ພາບ: AFP/TTXVN)

ວັນທີ 24 ເມສາ, ແມັກຊີໂກ ໄດ້ກາຍເປັນປະເທດທຳອິດ ທີ່ໃຫ້ສັນຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ພາຍຫຼັງທີ່ສະພາສູງຂອງປະເທດນີ້ ໄດ້ຮັບຮອງເອົາເອກະສານສະບັບໜຶ່ງດ້ວຍບັດສະໜັບສະໜູນ 73 ບັດ ແລະ ບັດຄ້ານ 24 ບັດ, ກ່ອນໜ້ານັ້ນໃນວັນດຽວກັນ.

        ເລື່ອງລົງນາມໃນສັນຍາ CPTPP ແມ່ນນອນໃນຍຸດທະສາດຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ເປີດກ້ວາງ ແລະ ຊອກຫາບັນດາຄູ່ຮ່ວມມືການຄ້າໃໝ່ຂອງ ແມັກຊີໂກ ເພື່ອແນໃສ່ຫລຸດຜ່ອນການອີງໃສ່ ອາເມລິກາ.

        ຕໍ່ໜ້າຄວາມວິຕົກກັງວົນຂອງບັນດາຂະແຫນງອຸດສາຫະກຳພາຍໃນປະເທດ ຍ້ອນບັນດາປັດໄຈທີ່ບໍ່ສະດວກຂອງ CPTPP, ທ່ານ Ildefonso Guajardo, ລັດຖະມົນຕີກະຊວງເສດຖະກິດ ໃຫ້ຮູ້ວ່າ: ປະເທດນີ້ ຈະຍົກອອກມາດຕະການສຳພັດກັບໂກຕາ, ພ້ອມທັງຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍ, ແກ່ຍາວໄລຍະຫລຸດພາສີຈາກ 14 ຂຶ້ນເປັນ 16 ປີ ເພື່ອແນໃສ່ເພີ່ມທະວີຄວາມສາມາດແກ່ງແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ